ໃນເວລາ 8:00 ໂມງແລງ ຂອງໃນວັນທີ 14 ມີນາ 2018 ຜ່ານມານີ້ ເຮືອນຊານຂອງປະຊາຊົນ, ວັດວາອາຮາມ ຢູ່ທີ່ບ້ານຕຸ່ມແຍ ແລະ ບ້ານໂນນຄູ້, ເມືອງຊົນນະບູລີ, ແຂວງສະຫວັນນະເຂດ ໄດ້ຖືກລົມພະຍຸລະດູຮ້ອນ ພັດຜ່ານເສຍຫາຍຫຼາຍຫຼັງຄາເຮືອນ, ເຊິ່ງໄດ້ເຮັດໃຫ້ເຮືອນຊານຂອງພໍ່ແມ່ປະຊາຊົນ ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ. ໃນນັ້ນ ໄດ້ຮັບຜົນກະທົບຢ່າງໜັກ ຈາກລົມພາຍຸ ແລະ ໄດ້ພັດເອົາຫຼັງຄາເຮືອນຂອງພໍ່ແມ່ປະຊາຊົນໄປ ຈໍານວນ 4 ຫຼັງ ແລະ ເສຍຫາຍບາງສ່ວນມີ ຈໍານວນ 11 ຫຼັງຄາ, ມູນຄ່າຄວາມເສຍຫາຍເບື້ອງຕົ້ນ ປະເມີນໄດ້ 13,595,000 ກີບ (ສິບສາມລ້ານຫ້າແສນເກົ້າສິບຫ້າພັນກີບ).
ນອກນັ້ນ ຢູ່ໃນວັດບ້ານໂນນຄູ້ ບ່ອນທີ່ຕັ້ງພະວັນເກີດ ກໍ່ໄດ້ຖືກລົມພາຍຸພັດເອົາຫຼັງຄາໄປຈົນໝົດ ເຮັດໃຫ້ເສົາ 10 ຕົ້ນຫັກໝົດ ແລະ ພະພຸດທະຮູບ 6 ອົງໄດ້ຮັບຄວາມເສຍຫາຍ ມູນຄ່າຄວາມເສຍຫາຍ. 36,300,000 ກີບ (ສາມສິບຫົກລ້ານສາມແສນກີບ).
Editor: ເມືອງຊົນນະບູລີ