ໃນຕອນແລງຂອງວັນທີ 14 ມີນາ 2018 ນີ້ ໄດ້ມີພິທີການເຊັນສັນຍາໂຄງການກໍ່ສ້າງໂຮງຮຽນ ປະຖົມສຶກສາ ບ້ານ ສາມໝື່ນ, ກຸ່ມເມືອງຮຶບ, ເມືອງໂພນທອງ, ແຂວງຫຼວງພະບາງ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງໂພນທອງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວັນເພັງ ພະຫົງຈັນ, ຮອງເຈົ້າເມືອງ-ເມືອງໂພນທອງ ,ມີບັນດາຄະນະກຳມະການການຄຸ້ມຄອງການລົງທຶນຂອງລັດ ຂັ້ນເມືອງ, ສະພາປະຊາຊົນແຂວງ ,ມີ ບໍລິສັດ ໄຊສະ ຫມານ ກໍ່ສ້າງເຄຫະສະຖານຄົບວົງຈອນ ເຂົ້າຮ່ວມ.
ທ່ານ ອໍາຄາ ແກ້ວອໍາພອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂພນທອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໂພນທອງ ວ່າດ້ວຍການອະນຸມັດໃຫ້ຈັດຕັ້ງປະຕິບັດເຊັນສັນຍາໂຄງການກໍ່ສ້າງໂຮງຮຽນ ປະຖົມສຶກສາ ບ້ານສາມໝື່ນ, ກຸ່ມເມືອງຮຶບ, ເມືອງໂພນທອງ, ແຂວງຫຼວງພະບາງ, ອະນຸມັດໃຫ້ຈັດຕັ້ງປະຕິບັດ ແລະ ເຊັນສັນຍາ ກໍ່ສ້າງໂຮງຮຽນປະຖົມສຶກສາ ບ້ານສາມໝື່ນ, ກຸ່ມເມືອງຮຶບ, ເມືອງໂພນທອງ, ແຂວງຫຼວງພະບາງ ໃນມູນຄ່າທັງໝົດ 1 ຕື້ 450 ລ້ານກີບ ໂດຍແມ່ນການລົງທຶນຂອງລັດຖະບານລາວຮ້ອຍສ່ວນຮ້ອຍ, ໂດຍມອບໃຫ້ ບໍລິສັດ ໄຊສະຫມານ ກໍ່ສ້າງເຄຫະສະຖານຄົບວົງຈອນ ຕັ້ງຢູ່ແຂວງຫຼວງພະບາງ ເປັນຜູ້ລົງທຶນຮັບເໝົາກໍ່ສ້າງ. ຜ່ານການຊະນະການປະມູນ ພ້ອມດ່ຽວກັນນັ້ນຍັງໄດ້ຜ່ານຮ່າງສັນຍາກົດລະບຽບການລົງທຶນຂອງລັດໃນສົກປີ 2018 ຢ່າງເຂັ້ມງວດໂປງໃສ່ ພິທີເຊັນສັນຍາດັ່ງກ່າວໄດ້ອະນຸມັດມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງໂພນທອງ ເປັນເຈົ້າຂອງໂຄງການ ແລະ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຊັນສັນຍາກັບບໍລິສັດຜູ້ຮັບເໝົາກໍ່ສ້າງ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບກົດໝາຍຢ່າງເຂັມງວດ.
ໃນຕອນທ້າຍກໍໄດ້ຮັບຟັງການໂອ້ລົມຂອງທ່ານ ນາງ ວັນເພັງ ພະຫົງຈັນ ຮອງເຈົ້າເມືອງ-ເມືອງໂພນທອງ ເຊີ່ງກ່ອນອື່ນ ທ່ານກໍໄດ້ສະແດງຄວາມຂອບໃຈມາຍັງບັນດາບໍລິສັດທີ່ຍາມໃດກໍໄດ້ເອົາໃຈໃສ່ລົງທືນ ແລະ ເບີ່ງແຍງຕະຫຼອດມາ ເວົ້າລວມເວົ້າສະເພາະ ກໍແມ່ນໃນຂະແໜງການສຶກສາໃຫ້ມີຂໍ້ສະດວກ ແລະ ເປັນໄປຕາມແຜນຍຸດທະສາດຂອງລັດທີ່ວາງອອກ, ເຊີ່ງເຮັດໃຫ້ບັນດາໂຮງຮຽນເປັນຕົ້ນກໍແມ່ນຄູອາຈານ ແລະ ນັກຮຽນໄດ້ມີຄວາມສະດວກໃນການຮ່ຳຮຽນ. ຈາກນັ້ນທ່ານກໍໄດ້ເນັ້ນໜັກເຖິງຄຸນນະພາບຂອງການກໍ່ສ້າງໂຮງຮຽນ ເຮັດແນວໃດໂຮງຮຽນດັ່ງກ່າວຈະໄດ້ຄຸນນະພາບຕາມມາດຕະຖານຂອງການກໍ່ສ້າງ ແລະ ນຳໃຊ້ໄດ້ເປັນເວລາຍາວນານ. ສະນັ້ນທາງໂຄງການ ແລະ ບໍລິສັດຕ້ອງເອົາໃຈໃສ່ເບີ່ງແຍງຢ່າງໃກ້ຊິດ ເພື່ອຄວາມຮັບປະກັນ ແລະ ເປັນໄປຕາມແຜນຂອງການກຳນົດໃນການກໍ່ສ້າງ ແລະ ໄດ້ນຳໃຊ້ຢ່າງຖາວອນ.
Editor: ເມືອງໂພນທອງ