ປ່າສະຫງວນແຫ່ງຊາດຫີນໜາມໜໍ່ ທີ່ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ເປັນແຫຼ່ງມໍລະດົກທາງທໍາມະຊາດຂອງລາວ ທີ່ມີຄວາມໂດດເດັ່ນທີ່ສຸດ ເຊິ່ງທາງ ກົມມໍລະດົກ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຄາດວ່າຈະສາມາດຮ່າງເອກະສານສະບັບສົມບູນໃຫ້ແລ້ວໃນປີ 2019 ແລະ ຈະຍື່ນສະເໜີຂໍຂຶ້ນທະບຽນເປັນມໍລະດົກໂລກຕໍ່ ຢູເນັສໂກ ( UNESCO) ໃນປີ 2020.
ຫລ້າສຸດອີງຕາມການໃຫ້ສຳພາດຂອງ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຕໍ່ຫນັງສືພິມ ເສດຖະກິດ ການຄ້າ ໃຫ້ຮູ້ວ່າ: ຈາກການທີ່ໄດ້ລົງໄປສໍາຫຼວດສຶກສາຂໍ້ມູນຕົວຈິງ ຢູ່ປ່າສະຫງວນແຫ່ງຊາດຫີນໜາມໜໍ່ໃນໄລຍະຜ່ານມາ ຮ່ວມກັບ ບັນດາຊ່ຽວຊານພາກສ່ວນຕ່າງໆ ສາມາດເວົ້າໄດ້ວ່າ: ສະຖານທີ່ດັ່ງກ່າວແມ່ນເປັນແຫຼ່ງຊີວະນາໆພັນລະດັບໂລກ ທີ່ຫຼົງເຫຼືອຢູ່ໃນຂົງເຂດນີ້ ແລະ ຢູ່ໃນປະເທດລາວຂອງພວກເຮົາ ເຊິ່ງບໍ່ມີບ່ອນໃດຄື ນອກນີ້ ຍັງມີສັດປ່າທີ່ບໍ່ເຄີຍເຫັນໃນໂລກນີ້ອາໄສຢູ່ ແລະ ສ່ຽງຕໍ່ການສູນພັນ. ພ້ອມດຽວກັນນັ້ນ ມີຖ້ຳນ້ຳລອດເຊບັ້ງໄຟທີ່ມີຄວາມຍາວເຖິງ 16 ກິໂລແມັດ ເຊິ່ງກຳລັງຢູ່ໃນໄລຍະບຸກເບີກໃຫ້ຄົງຄວາມເປັນທຳມະຊາດທີ່ສຸດ ແລະ ກໍເປັນສາຍນ້ຳທີ່ໄຫຼຜ່ານຖ້ຳ, ຜ່ານພູ, ຜ່ານເຫວ ທີ່ຍາວ ແລະ ສວຍງາມທີ່ສຸດໃນໂລກ. ປັດຈຸບັນ ແມ່ນຈຳເປັນຕ້ອງໄດ້ສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ເພາະວ່າ ພື້ນທີ່ດັ່ງກ່າວມີຄວາມສ່ຽງຕໍ່ການຖືກບຸກລຸກທຳລາຍ, ຄ້າຂາຍສັດປ່າຜິດກົດໝາຍ, ການຕັດໄມ້ຜິດກົດໝາຍ ແລະ ການບຸກລຸກພື້ນທີ່ທຳມາຫາກິນຂອງປະຊາຊົນ ທີ່ອາໄສໃນບໍລິເວນນັ້ນ ເພາະຫາກວ່າໄດ້ເຂົ້າເປັນມໍລະດົກໂລກແລ້ວ ແມ່ນຈະແຕະຕ້ອງພື້ນທີ່ດັ່ງກ່າວນີ້ບໍ່ໄດ້ເດັດຂາດ.
ຕາມທັດສະນະຂອງຊ່ຽວຊານສາກົນແລ້ວ ຖ້າຫາກປ່າສະຫງວນແຫ່ງຊາດຫີນໜາມໜໍ່ ແລະ ຟອງຍາ-ແກບັງ ໄດ້ຖືກຮັບຮອງເປັນມໍລະດົກໂລກຮ່ວມຊາຍແດນນຳກັນ ຈະມີພື້ນທີ່ກວມລວມ ທັງໝົດກວ່າ 2 ແສນເຮັກຕາ (82 ພັນກວ່າເຮັກຕາ ສະເພາະພື້ນທີ່ຢູ່ຝັ່ງລາວ) ເຊິ່ງຈະກາຍເປັນອຸດທິຍານມໍລະດົກໂລກອີກແຫ່ງໜຶ່ງທີ່ກວ້າງໃຫຍ່ເປັນ “ອັນດັບ 1” ໃນຂົງເຂດອາຊີ-ປາຊີຟິກ ທີ່ມີຄຸນຄ່າໂດດເດັ່ນທາງຈັກກະວານ ທາງທຳມະຊາດ ທີ່ສວຍງາມອຸດົມສົມບູນໄປດ້ວຍປ່າໄມ້ເຂດຮ້ອນ, ມີສັດປ່າທີ່ຫາຍາກນາໆຊະນິດ ແລະ ຫຼາກຫຼາຍທາງຊີວະນານາພັນ.ພວກເຮົາສາມາດຢືນຢັນໄດ້ວ່າ: ເມື່ອເຮົາສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ຂຶ້ນເປັນມໍລະດົກໂລກ ຮ່ວມກັບ ຟອງຍາ-ແກບັງ ຈະໄດ້ຮັບການຮັບຮອງທັນທີ ເນື່ອງຈາກວ່າ ຫວຽດນາມ ພ້ອມຈະສະໜັບສະໜູນຢ່າງເຕັມທີ່ ເພາະມັນເປັນພື້ນທີ່ຊີວະນາໆພັນດຽວກັນ ແລະ ມີຊາຍແດນຮ່ວມກັນ”.
Editor: ເສດຖະກິດ-ການຄ້າ