ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງ ພ້ອມດ້ວຍພາກທຸລະກິດ ໄດ້ຈັດງານວາງສະແດງ ຜະລິດຕະພັນລາວ 2018 ຫລື Made in Laos 2018 ເພື່ອເປັນການສົ່ງເສີມ ຜະລິດຕະພັນທີ່ຜະລິດຂຶ້ນ ໃນ ສປປ ລາວ, ພ້ອມທັງ ເປັນການປະກອບສ່ວນເຂົ້າ ໃນການໂຄສະນາ-ສະໜັບສະໜູນ ປີທ່ອງທ່ຽວລາວ 2018. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທູຕານຸທູດ, ບັນດາຜູ້ຕາງໜ້າຈາກ ພາກລັດ, ແລະ ເອກະຊົນ.
ທ່ານ ນາງຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ກ່າວວ່າ: ງານວາງສະແດງຜະລິດ ຕະພັນລາວ 2018 ຄັ້ງນີ້ ແມ່ນຈັດຂຶ້ນ ເປັນຄັ້ງທີ 5 ເຊິ່ງເລີ່ມແຕ່ວັນທີ 14-18 ມີນາ 2018). ຈຸດປະສົງ ເພື່ອເຕົ້າໂຮມເອົາຜະລິດຕະພັນ ທີ່ມີການປະດິດຄິດສ້າງ ທີ່ໂດດເດັ່ນ, ເປັນເອກະລັກ, ມີຄຸນນະພາບ ໂດຍຫົວຄິດປະດິດສ້າງ ຂອງຜູ້ປະກອບການໃນ ສປປ ລາວ ບໍ່ວ່າ ຈະເປັນຄົນລາວ ຫລື ນັກລົງທຶນ ຕ່າງປະເທດ ທີ່ນຳໃຊ້ ວັດຖຸດິບພາຍໃນ ຫລື ນຳເຂົ້າມາ ຈາກຕ່າງປະເທດ ມາຜະລິດເປັນສິນຄ້າ ຢູ່ ລາວ. ພ້ອມນັ້ນ, ຍັງໄດ້ນຳເອົາຜະລິດຕະພັນ ເປັນເອກະລັກຂອງ ແຕ່ລະແຂວງ ມາວາງສະແດງ, ໂຄສະນາ ແລະ ຈຳໜ່າຍ ເພື່ອແນໃສ່ ສ້າງຄວາມເຂັ້ມແຂງ ໃຫ້ຜູ້ປະກອບການ ສາມາດເຂົ້າຫາຕະຫລາດ, ຈັບຄູ່ທຸລະກິດ, ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ໃນການ ປັບປຸງສິນຄ້າ ແລະ ການບໍລິການ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ກ້າວເຂົ້າສູ່ລະດັບອາຊຽນ ແລະ ສາກົນ. ສິ່ງສຳຄັນແມ່ນ ກິດຈະກຳ ໜຶ່ງຂອງພາກທຸລະກິດ ເພື່ອສະນັບສະໜູນ ປີທ່ອງທ່ຽວ ລາວ 2018 ເພື່ອດຶງດູດ ນັກທ່ອງທ່ຽວ ແລະ ນັກລົງທຶນ ເຂົ້າມາລາວ ໃຫ້ນັບມື້ຫລາຍຂຶ້ນ.
ງານຄັ້ງນີ້, ມີຫົວໜ່ວຍ ທຸລະກິດເຂົ້າຮ່ວມໄດ້ 115 ຫົວໜ່ວຍ ເຊິ່ງລວມມີ 180 ຫ້ອງວາງສະແດງ ໂດຍມີຫລາກຫລາຍ ຜະລິດຕະພັນ ເຊັ່ນ: ຊາຜົ້ງສາລີ, ຜ້າຝ້າຍບໍ່ແກ້ວ, ສິ້ນຊຳເໜືອ, ຫັດຖະກຳ ຫລວງພະບາງ, ເຂົ້າໄກ່ນ້ອຍ ຊຽງຂວາງ, ຫວາຍແຂວງວຽງຈັນ, ໝໍ້ແປງໄຟຟ້າ ບໍລິຄຳໄຊ, ຊີ້ນສະຫວັນ, ກາເຟປາກຊ່ອງ, ເຟີນິເຈີຈາກໂຮງງານ ເຄແອນບີ ເຟີນິເຈີ ແລະ ສິນຄ້າ ເອກະລັກອື່ນໆ. ນອກນັ້ນຍັງ ມີຜະລິດຕະພັນຫັດຖະກຳ, ເຄື່ອງປະດັບ, ຜະລິດຕະພັນອາຫານ, ເຄື່ອງດື່ມ, ຜະລິດຕະພັນກະສິກໍາປອດສານພິດ, ຜະລິດຕະພັນໄມ້ແປຮູບ, ເຟີນີເຈີໄມ້, ເຄື່ອງຕົບແຕ່ງ ທີ່ຜະລິດຈາກໄມ້, ຕະຫລາດຫລັກຊັບ, ການທ່ອງທ່ຽວ, ຜະລິດຕະພັນ ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ.
ທາງດ້ານຜູ້ປະກອບການທີ່ນຳຜະລິດຕະພັນເຂົ້າຮ່ວມງານ ທ່ານ ກອງມາລາ ພົມມາໄລ, ເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ ໄດ້ໃຫ້ສຳພາດກັບສື່ມ່ວນຊົນວ່າ: ຕົນເອງແມ່ນຮູ້ສຶກພາກພູມໃຈທີ່ໄດ້ເຂົ້າຮວ່ມງານ ວາງສະແດງຜະລິດຕະພັນລາວໃນຄັ້ງນີ້ ແລະ ດີໃຈທີ່ໄດ້ເປັນສ່ວນຫນຶ່ງ ໃນການຜະລິດສິນຄ້າ ທີ່ເປັນຜະລິດຕະພັນຈາກສີມືຄົນລາວ, ສ້າງວຽກເຮັດງານທຳໃຫ້ຄົນລາວ ກໍ່ຄື ປະຊາຊົນລາວບັນດາເຜົ່າ ເຮັດໃຫ້ເຂົາເຈົ້າເຫລົ່ານັ້ນມີລາຍຮັບທີ່ຫມັ້ນຄົງ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ຈົນເຮັດໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດ ເປັນທີ່ຍອມຮັບໃນສິນຄ້າຈາກ ໂຮງງານ ເຄແອນບີ ເຟີນິເຈີ. ໂອກາດນີ້ ງານດັ່ງກ່າວຍັງຈະເປັນນິມິດໝາຍອັນສຳຄັນອີກ ບາດກ້າວໜຶ່ງ ໃນການສົ່ງເສີມ ການຂະຫຍາຍຕົວຂອງເສດຖະກິດລາວ ໂດຍສະເພາະ ແມ່ນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ທຸລະກິດດ້ວຍກັນ ແລະ ຈະເປັນເວທີໜຶ່ງ ທີ່ສຳຄັນໃນການດຶງດູດ ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ເຂົ້າມາລາວ ໃຫ້ນັບມື້ຫລາຍຂຶ້ນ.
Editor: ຕະວັນ ແສງສະຫວັນ