ຕອນເຊົ້າຂອງວັນທີ 13 ມີນາ 2018 ນີ້ ເມືອງຫມື່ນ ໄດ້ເປີດກອງປະຊຸມພິທີປະກາດຮັບຮອງກອງເຍົາວະຊົນ 19 ກອງທົ່ວເມືອງຫມື່ນ ເປັນກອງເຍົາວະຊົນ 3 ດີ 4 ຮູ້ ຮອບທີ I ສົກປີ 2016-2017 ຂື້ນ ຢູ່ທີສະໂມສອນໃຫ່ຍຫ້ອງວ່າການປົກຄອງເມືອງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນໄທ ອ່ອນ ວິເນດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງໝື່ນ, ມີ ທ່ານ ຝືລີ ລີເລ່ຍນູ ຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງໝື່ນ, ມີ ຫົວໜ້າຫ້ອງການ, ຫົວໜ້າໂຮງຮຽນ ທົ່ວເມືອງພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ຝືລີ ລີເລ່ຍນູ ຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງຫມື່ນ ໄດ້ຂື້້ນເປີດພິທີຮັບຮອງກອງເຍົາວະຊົນ 19 ກອງທົ່ວເມືອງຫມື່ນ ເປັນກອງເຍົາວະຊົນ 3 ດີ 4 ຮູ້ ຢ່າງເປັນທາງການ ຈາກນັ້ນ ກໍ່ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງຂໍ້ແຂງຂັນກອງເຍົາວະຊົນ 3 ດີ 4 ຮູ້ ຈຳນວນ 19 ກອງ ມີ 19 ໂຮງຮຽນທົ່ວເມືອງຫມື່ນ ສົກປີ 2018–2019 ແລະ ທິດທາງແຜນການໃນຕໍ່ໜ້າຂອງກອງເຍົາວະຊົນ 3 ດີ 4 ຮູ້ 19 ໂຮງຮຽນເມືອງຫມື່ນ ສົກປີ 2107–2018 ໂດຍປະຕິບັດ ຕາມຂໍ້ແຂງຂັນ 4 ບຸກຂອງຄະນະຊາວ ໝຸ່ມປະຊາຊົນ ປະຕິວັດລາວ ວາງອອກ ເພື່ອເຕົ້າໂຮມຄວາມສາມັກຄີ ເຍົາວະຊົນທັນວາໃຫ້ມີຄວາມເຕີບໃຫ່ຍສ້າງກຳລັງສືບທອດ. ເມືອງຫມື່ນມີ 22 ບ້ານ, ມີໂຮງຮຽນທັງໝົດ 25 ແຫ່ງ, ໃນນັ້ນ ມີໂຮງຮຽນ ມສ 4 ແຫ່ງ, ໂຮງຮຽນປະຖົມ 20 ແຫ່ງ, ມີນັກຮຽນທັງໝົດ 124,971 ນ້ອງ, ຍິງ 5,988 ນ້ອງ, ມີສະມາຊິກເຍົາວະຊົນທັງ ໝົດ 2,371 ນ້ອງ,ຍິງ 1,319 ນ້ອງ, ຂະຫຍາຍໃຫ່ມ 134 ນ້ອງ, ຍິງ 77 ນ້ອງ, ສະມາຊິກ ອານຸຊົນ ທັງໝົດ 1,015 ນ້ອງ, ຍິງ 577 ນ້ອງ, ຂະຫຍາຍໃໝ່ 47 ນ້ອງ, ຍິງ 32 ນ້ອງ, ແລະ ສາມາດສ້າງ ເຍົາວະຊົນ 3 ດີ 4 ຮູ້ໄດ້ 19 ກອງ, ມີ 15 ກຸ່ມໂຮງຮຽນມີ 64 ໝວດ,ມີ 207ໝູ່ ການສ້າງກອງ 3 ດີ 4 ຮູ້ ໄດ້ 95 % ທົ່ວເມືອງມີນັກຮຽນດີ ນັກຮຽນເກັ່ງ ທີໄດ້ຄະແນນ 7 ຂື້ນໄປ ທັງໝົດ 93 ນ້ອງ, ຍິງ 51 ນ້ອງ.
ພິທີ ທ່ານ ບຸນໄທ ອ່ອນ ວິເນດ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງຫມື່ນ ກໍ່ໄດ້ໃຫ້ກຽດກ່າວມອບໃບຢັ້ງຢືນໃຫ້ ນັກຮຽນເກັ່ງ 97 ໃບ, ໃບຢັ້ງຢືນ ກອງ 3 ດີ 4 ຮູ້ 19 ກອງ, ມີ 19 ໂຮງຮຽນ ຈາກນັ້ນທ່ານກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ສຶກສາອົບຮົມທາງດ້ານການເມືອງ - ແນວຄິດໃຫ້ແກ່ເນ້ອງເຍົາວະຊົນ - ອານຸຊົນ ໃຫ້ມີແນວຄິດຮັກຊາດ ຮັກບ້ານເກີດ ເມືອງນອນ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນຜູ້ສອບທອດທີ່ດີຂອງປະເທດຊາດ.
Editor: ເມືອງຫມື່ນ