ຕອນເຊົ້າຂອງວັນທີ 8 ມີນາ 2018 ຜ່ານມານີ້ ຢູ່ທີ່ບ້ານໂພສີ, (ອ່າງນ້ຳຊວງ) ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໄດ້ມີພິທີເປີດໃຫ້ບໍລິການສະຖານທີ່ທອງທ່ຽວແຫ່ງໃຫມ່ຂອງເມືອງຂື້ນ ຊື່ວ່າ: ເກາະສະລິງ ອ່າງນ້ຳຊວງ, ເຂົ້າຮ່ວມໃນພິທີກ່າວເປີດ ແລະ ຕັດແຖມຜ້າປ່ອຍປຸ່ມເປົາຂອງທ່ານ ວິລະສັກ, ນາມມຸນຕີ, ເຈົ້າເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ມີຜູ້ປະກອບການ, ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ຂະແຫນງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິລະສັກ ນາມມຸນຕີ, ເຈົ້າເມືອງນາຊາຍທອງ ກ່າວວ່າ: ແຫ່ງທ່ອງທ່ຽວແຫ່ງໃຫມ່ນີ້ ຈະເປັນທ່າແຮງຫນຶ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ ຂະແຫນງບໍລິການ-ການທ່ອງທ່ຽວຂອງເມືອງນາຊາຍທອງ ກໍ່ຄືນະຄອນຫລວງວຽງຈັນ, ໃຫ້ເກີດຜົນປະໂຫຍດສູງ ພ້ອມດຽວກັນນັ້ນ ກໍ່ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ຈົ່ງໄດ້ລົງຕິດຕາມຊຸກຍູ້ ເພື່ອພ້ອມກັນເຮັດໃຫ້ແຫລ່ງທ່ອງທ່ຽວ ມີການເຕີບໃຫຍ່ຂະຫຍາຍຕົວຂື້ນໄປເລື່ອຍໆ. ພິເສດແຫລ່ງທ່ອງທ່ຽວເກາະສະລິງ ອ່າງນ້ຳຊວງ, ຕ້ອງຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ, ປອດໄພ ເພື່ອໃຫ້ແຫລ່ງທ່ອງທ່ຽວເປັນຮູ້ຈັກ ແລະ ດຶງດູດຄົນມາທ່ຽວຫລາຍຂື້ນ ແລະ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນບ້ານໃກ້ຄຽງຢ່າງຫມັ້ນຄົງ.
ທ່ານ ແກ້ວອຸດອນ ແສງອຸທອນ, ນາຍບ້ານໂພສີ ຕ່າງຫນ້າເຈົ້າຂອງແຫລ່ງທ່ອງທ່ຽວເກາະສະລິງ ໄດ້ຂື້ນລາຍງານການພັດທະນາ ວ່າ: ແຫລ່ງທ່ອງທ່ຽວເກາະສະລິງ ໄດ້ຖືກພັດທະນາມາແຕ່ປີ 2001 ແລະ ຮອດປີ 2012 ໄດ້ປ່ຽນຜູ້ບໍລິຫານໃຫມ່ ແລະ ເປີດໃຊ້ໃຫ້ບໍລິການໃນວັນທີ 8 ມີນາ 2018 ນີ້ ເພື່ອຫວັງວ່າຈະໄດ້ຮັບໃຊ້ນັກທ່ອງທ່ຽວໃນປີທ່ອງທ່ຽວລາວ 2018 ນີ້ ໂດຍສະເພາະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ສຳລັບ ແຫ່ລງທ່ອງທ່ຽວເກາະສະລິງ-ອ່າງນ້ຳຊວງ ແມ່ນຕັ້ງຢູ່ເທິງເກາະກາງອ່າງນ້ຳຊວງ ເຊິ່ງການເດີນທາງຕ້ອງໄດ້ຂີ້ເຮືອຂ້າມນ້ຳຊວງໄປຫາ, ຊຶ່ງທາງຜູ້ໃຫ້ບໍລິການກໍ່ມີເຮືອນໃຫຍ່ໄວຄ່ອຍໃຫ້ບໍລິການຢູ່ແລ້ວ, ສະຖານທີ່ທ່ອງທ່ຽວແຫ່ງນີ້ ນອກຈາກ ຈະມີ ສະລິງໄດ້ຂີ່ແລ້ວ, ຍັງມີຕູບໃຫ້ນັ່ງພັກຜ່ອນສູບອາກາດບໍລິສຸດ ພ້ອມທັງມີ ອາຫານ-ເຄື່ອງດື່ມ ໄວ້ຄ່ອຍໃຫ້ບໍລິການ. ແລະ ທ່ານໃດທີ່ມັກຂີ່ເຮືອຊົມທຳມະຊາດເກາະດອນ ແລະ ຊົມຝູງນົກເປັດນ້ຳ ທາງເຈົ້າຂອງສະຖານທີກໍ່ມີໃຫ້ບໍລິການເຊັ່ນກັນ.
Editor: ຕະວັນ ແສງສະຫວັນ