ພິທີທຳລາຍອາວຸດເຖື່ອນ, ອາວຸດລ່າເນື້ອ, ຈັກສະຕີ່ນ, ອຸປະກອນຫາປາທີ່ຜິດກົດໝາຍ ຢູ່ກຸ່ມບ້ານ ທອງມີໄຊ, ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນໃນວັນທີ 13 ມີນາ 2018 ຜ່ານມາໂດຍ ການເຂົ້າຮ່ວມຂອງທ່ານ ສົມໃຈ ຊົ່ງລາວ່າງ, ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງວຽງທອງ, ມີກໍາລັງ ປກຊ-ປກສ, ຄະນະກໍາມະການເກັບກູ້ອາວຸດເຖື່ອນຂັ້ນແຂວງ- ຂັ້ນ ເມືອງ, ອໍານາດ ການປົກຄອງ 4 ບ້ານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີ ທ່ານ ພັນໂທ ຄໍາແຟນ ວິລືທໍາ ຄະນະກອງບັນຊາທະຫານແຂວງ, ຫົວໜ້າຫ້ອງການເສນາທິການທະຫານແຂວງ, ໄດ້ໃຫ້ກຽດຜ່ານບົດສະຫຼຸບໃນການເກັບກູ້ອາວຸດເຖື່ອນ ໃນ 4 ບ້ານ ເຂດທອງມີໄຊ, ຄື: ບ້ານ ສີວິໄລ, ບ້ານທອງມີໄຊ, ບ້ານໂຮມຈະເລີນ ແລະ ບ້ານນາເພີນ. ຜ່ານການຈັດຕັ້ງປະຕິບັດເປັນເວລາ 1 ເດືອນ ສາມາດ ເກັບກູ້ອາວຸດເສີກ, ອາວຸດລ່າເນື້ອ,ຈັກສະຕີ່ນ ແລະ ອຸປະກອນຫາປາແບບຜິດກົດໝາຍ ໄດ້ທັງໝົດມີ ດັ່ງນີ້: ອາວຸດເສີກ 13 ບອກ, ອາວຸດລ່າເນື້ອ 144 ບອກ, ເລົ່າປືນ 199 ອັນ, ຈັກສະຕິ່ນ 15 ໜ່ວຍ ແລະ ໝໍ້ສອດ 11 ໜ່ວຍ.
Editor: ເມືອງວຽງທອງ