ຕາມຂໍ້ມູນ ຂອງ ພະແນກແຜນການ ແລະ ການລົງທຶນ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ໃນປີ 2017 ຜ່ານມາ ແຂວງຜົ້ງສາລີ ໄດ້ອໍານວຍຄວາມສະດວກຊຸກຍູ້ສົ່ງເສີມໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ຊຶ່ງສາມາດປະຕິບັດໄດ້ທັງໝົດ 42 ໂຄງການ ມູນຄ່າ 67,78 ຕື້ກີບ ໃນນັ້ນ ທຶນພາຍ ໃນມີ 14 ໂຄງການ, ມູນຄ່າ 19,44 ຕື້ກີບ ແລະທຶນຕ່າງປະເທດ 28 ໂຄງການ ມຸນຄ່າ 48,33 ຕື້ກີບ ຊຶ່ງ ໄດ້ແຍກອອກເປັນແຕ່ລະຂະແໜງການເປັນຕົ້ນ ຂະແໜງກະສິກໍາ ແລະ ປ່າໄມ້ມີ 4 ໂຄງການ ມູນຄ່າ 6,52 ຕື້ກີບ (ເປັນທຶນຊ່ວຍເຫຼືອຂອງຕ່າງປະເທດ 100%), ຂະແໜງໂຍທາທິການ ແລະ ຂົນສົ່ງ ມີ 15 ໂຄງການ ມູນຄ່າ 27,79 ຕື້ກີບ (ເປັນທຶນພາຍໃນ 14,09 ຕື້ກີບ ແລະທຶນ ຕ່າງປະເທດ 13,70 ຕື້ກີບ), ຂະແໜງສຶກສາທິການ ແລະ ກີລາ ມີ 10 ໂຄງການ ມູນຄ່າ 25,39 ຕື້ ກີບ ເປັນທຶນຕ່າງປະເທດ 21,82 ຕື້ ກີບ, ສ່ວນຂະແໜງສາທາລະນະສຸກ 13 ໂຄງການ ມູນຄ່າ 8,07 ຕື້ກີບ, ທຶນພາຍໃນມີ 1,78 ຕື້ກີບ ແລະ ທຶນ ຕ່າງປະເທດ 6,29 ຕື້ກີບ.
ຄຽງຄູ່ກັນນັ້ນ ກໍສາມາດດຶງເອົາການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໂດຍໃນ 1 ປີ ຜ່ານມາ, ອົງການປົກຄອງຂັ້ນແຂວງ ແລະ ເມືອງ ໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງຄົ້ນຄວ້າ, ປຶກສາຫາລື ແລະສະເໜີຂໍອະນຸຍາດ ການລົງທຶນໄດ້ຈໍານວນ 4 ໂຄງການ, ລວມມູນຄ່າ 30,19 ລ້ານໂດລາ ໃນນັ້ນ ການລົງທຶນພາຍໃນມີ 3 ໂຄງການ ມູນຄ່າ 30 ລ້ານໂດລາ ມາຮອດປະຈຸບັນທົ່ວແຂວງ ຜົ້ງສາລີ ມີໂຄງການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 98 ໂຄງການ ມູນຄ່າ 313,89 ລ້ານໂດລາ ປະກອບມີ: ການລົງທຶນເອກະຊົນພາຍໃນ 37 ໂຄງການ ມູນຄ່າ 86,24 ລ້ານໂດລາ ກວມ 27,47% ແລະ ການລົງທຶນຕ່າງປະເທດມີ 61 ໂຄງການ ມູນຄ່າ 227,65 ລ້ານໂດລາ ກວມ 72,53%, ສູນກາງອະນຸມັດ 18 ໂຄງການ ມູນຄ່າ 210,37 ລ້ານໂດລາ, ແຂວງອະນຸມັດ 80 ໂຄງການ ມີມູນຄ່າ 103,52 ລ້ານໂດລາ.
Editor: ເສດຖະກິດ-ສັງຄົມ