ໃນທ້າຍອາທິດຜ່ານມານີ້ ທ່ານ ກໍລະກັນ ແກ້ວປະເສີດ ຫົວໜ້າຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງຊົນນະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວນໍາພາປະຊາຊົນພໍ່ຄ້າຊາວຂາຍ ແລະ ນ້ອງນັກຮຽນ ສ້າງຂະບວນການອະນາໄມຢູ່ຕະຫຼາດຂອງເມືອງຊົນນະບູລີ ແຂວງສະຫວັນນະເຂດ ຊຶ່ງມີແຮງງານເຂົ້າຮ່ວມຈໍານວນ 370 ຄົນ ຍິງ 120 ຄົນ.
ໃນການອະນາໄມ ແມ່ນເລີ່ມຈາກບໍລິເວນໃນຕະຫຼາດ ແລະ ເຂດນອກຕາມແຄມທາງ ເຊິ່ງອຸປະກອນທີ່ນໍາໃຊ້ເຂົ້າໃນການເກັບຂີ້ເຫຍື້ອ ມີກະເປົ່າ 500 ໜ່ວຍ. ລົດ 1 ຄັນ, ສາມາດຈັດເກັບຂີ້ເຫຍື້ອໄດ້ 1 ໂຕນ, ໃນການລົງເຄື່ອນໄຫວອະນາໄມຄັ້ງນີ້ ກໍ່ເພື່ອເຮັດໃຫ້ຕະຫຼາດເມືອງຊົນນະບູລີ ມີຄວາມສະອາດງາມຕາ, ມີຄວາມເປັນລະບຽບຮຽບຮ້ອຍ ທັງພາຍໃນຕະຫຼາດ ແລະ ເຂດນອກຂອງຕະຫຼາດ. ພ້ອມທັງເປັນການປູກຈິດສໍານຶກໃຫ້ກັບພໍ່ຄ້າຊາວຂາຍພໍ່ແມ່ປະຊາຊົນ ຜູ້ທີ່ຊົມໃຊ້ຕະຫຼາດຫັນມາໃສ່ໃຈໃນການຮັກສາອະນາໄມ ບໍ່ໃຫ້ຖີ່ມຂີ່ເຫຍື້ອສະຊາຍ,ຕ້ອງເປັນເຈົ້າການໃນການຮັກສາຄວາມສະອາດຊ່ວຍກັນ ເພື່ອເຮັດໃຫ້ຕະຫຼາດ ແລະ ສັງຄົມ ປາສະຈາກມົນລະຜິດທີ່ເກີດຈາກຂີ້ເຫຍື້ອ ແລະ ກໍ່ເພື່ອໄວ້ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງຂອງຊາດ ໂດຍສະເພາະກໍ່ແມ່ນວັນສິ່ງແວດລ້ອມໂລກ ທີ່ໃກ້ຈະມາຮອດໃນມໍ່ໆນີ້.
Editor: ເມືອງຊົນນະບູລີ