ຕະຫຼອດໄລຍະ 1 ປີຜ່ານມາ 2017 ທາງແຂວງອຸດົມໄຊ ໄດ້ສູ້ຊົນຈັດເກັບລາຍຮັບຕາມທິດທາງແຜນການ ແລະ ຕົວເລກ ທີ່ໄດ້ກຳນົດໄວ້ຕາມແຜນດັດແກ້ ແມ່ນ 108 ຕື້ 598 ລ້ານກີບ, ແຕ່ສາມາດຈັດເກັບລາຍຮັບປະຈໍາປີຕົວຈິງໄດ້ທັງໝົດພຽງ 99 ຕື້ 496 ລ້ານກີບ ທຽບໃສ່ແຜນການປະຕິບັດ ໄດ້ 92% ຫຼື ທຽບໃສ່ໄລຍະດຽວກັນແມ່ນເພີ່ມຂຶ້ນ 0,7%.
ລາຍຮັບທັງໝົດ ທີ່ຈັດເກັບໄດ້ແມ່ນມາຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ລາຍຮັບຈາກສ່ວຍສາອາກອນ 93 ກວ່າຕື້ກີບ, ຄຸ້ມຄອງຊັບສິນຂອງລັດ 6 ກວ່າຕື້ກີບ, ຄຸ້ມຄອງລັດວິສາຫະກິດ 7,34 ລ້ານກີບ. ສ່ວນລາຍຮັບຈາກສູນກາງສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 19 ຕື້ 764 ກວ່າລ້ານກີບ. ໃນນັ້ນ, ລາຍຮັບຈາກພາສີ ໄດ້ທັງໝົດ 17 ຕື້ 588 ກວ່າລ້ານກີບ, ລາຍຮັບຈາກການຢຶດໄມ້ 568 ກວ່າລ້ານກີບ, ລາຍຮັບຄຸ້ມຄອງລັດວິສາຫະກິດ 1 ຕື້ 608 ກວ່າລ້ານກີບ ແລະ ລາຍຮັບການດຸ່ນດ່ຽງຈາກສູນກາງໃຫ້ແຂວງອຸດົມໄຊໄດ້ຮັບທັງໝົດ 342 ຕື້ 603 ລ້ານກີບ ທຽບໃສ່ແຜນປະຕິບັດໄດ້ 100%.
ການຈັດຕັ້ງປະຕິບັດບັນດາຕົວເລກລາຍຮັບທັງໝົດນັ້ນ ອາດຈະຍັງຕໍ່າເມື່ອທຽບໃສ່ແຜນການຕົວຈິງ ແຕ່ເຖິງຢ່າງໃດກໍຕາມ ທາງຄະນະພັກ, ຄະນະນຳ ຕະຫຼອດຮອດພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ລ້ວນແລ້ວແຕ່ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຢ່າງເອົາຈິງເອົາຈັງ ເຊັ່ນ: ຂຸດຄົ້ນ ແລະ ຈັດເກັບລາຍຮັບເຂົ້າງົບປະມານ, ປະຕິບັດໜ້າທີ່ຄຸ້ມຄອງ, ອະນຸມັດ ແລະ ເບີກຈ່າຍຕາມແຜນທີ່ສະພາອະນຸມັດ, ປະຕິບັດຕາມຈັນຍາບັນ, ໜ້າທີ່ເປັນນາຍບັນຊີຄຸ້ມຄອງ ແລະ ບໍລິການທີ່ດີ, ເອົາໃຈໃສ່ຊີ້ນໍາການຈັດເກັບລາຍຮັບເຂົ້າງົບປະມານຢ່າງແຂງແຮງທັງສ່ວນຂອງສູນກາງ ແລະ ທ້ອງຖິ່ນ.
ສໍາລັບ ທິດທາງແຜນການໃນປີ 2018 ນີ້ ທາງແຂວງອຸດົມໄຊ ແມ່ນຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ 131 ຕື້ 81 ລ້ານກີບ ທຽບໃສ່ແຜນດັດແກ້ປີ 2017 ແມ່ນເພີ່ມຂຶ້ນ 21%.
Editor: ເສດຖະກິດ-ການຄ້າ