ໃນວັນທີ 9 ມີນາ 2018 ຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ແຂວງ ບໍລິຄຳໄຊ ແລະ ບໍລິສັດ ລາວອຸດສະຫະກຳ, ກະສິກໍາ ຈໍາກັດ ໄດ້ລົງມາຊູກຍູ້ ແລະ ສົ່ງເສີມ ພໍ່ແມ່ປະຊາຊົນ ພາຍໃນເມືອງ ວຽງທອງ ປູກຜັກ ແລະ ລ້ຽງສັດ ເປັນສິນຄ້າ ໂດຍການເຂົ້າຮ່ວມຂອງ ທ່ານ ອະລຸນສັກ ປະທຳມະວົງ ຄະນະປະຈຳພັກເມືອງ-ຮອງເຈົ້າເມືອງ ວຽງທອງ, ທ່ານ ຊາຍຄໍາ ກຸນນະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຫລຸມຄຳ ວົງໄຊ ປະທານ ບໍລິສັດ ລາວອຸດສະ ຫະກຳ,ກະສິກຳ ຈຳກັດ, ມີພະນັກງານໜ່ວຍງານປູກຝັງລ້ຽງສັດຈາກແຂວງ ແລະ ເມືອງ ພ້ອມດ້ວຍນາຍບ້ານ 4 ບ້ານ ຄື: ບ້ານ ນ້ຳຢ້າງ, ບ້ານ ໂພນດູ່, ບ້ານ ນ້ໍາກ້າງ ແລະ ບ້ານ ຈອມທອງ ທີ່ມີເປົ້າໝາຍໃນການປູກພຶດ ແລະ ລ້ຽງສັດເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄໍາພູ ພັນດານຸວົງ ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ກໍ່ໄດ້ລາຍງານສະພາບລວມຂອງການຜະລິດ ໂດຍສະເພາະການ ປູກພຶດ ແລະ ລ້ຽງສັດເປັນສິນຄ້າຂອງພໍ່, ແມ່ ປະຊາຊົນພາຍ ໃນເມືອງ ວຽງທອງ ແລະ ໄດ້ລາຍງານການທົດລອງປູກຜັກທຽມຢູ່ບ້ານ ນ້ຳກ້າງ ຕໍ່ກອງປະຊຸມ ເພື່ອໃຫ້ທາງ ບໍລິສັດ ໄດ້ຮັບຮູ້ກ່ຽວກັບສະພາບໃນການປູກພຶດ ແລະ ລ້ຽງສັດພາຍໃນເມືອງ ຍົກໃຫ້ເຫັນຂໍ້ຍຸ້ງຍາກ ແລະ ຂໍ້ສະດວກຕ່າງໆ ຈາກນັ້ນທາງ ບໍລິສັດ ໄດ້ມີຄຳເຫັນຕໍ່ປະຊາຊົນພາຍໃນເມືອງວຽງທອງ ຈົ່ງພ້ອມ ກັນສູມໃສ່ໃນການປູກພຶດເປັນສີນຄ້າ ໂດຍຈັດເປັນກຸ່ມ ເຊີ່ງທ່ານ ໄດ້ແນະນຳໃຫ້ປະຊາຊົນສູມໃສ່ໃນການ ປູກຜັກທຽມ ແລະ ລ້ຽງໝູລາດ ເພື່ອຫັນປ່ຽນຈາກການເຮັດໄຮ່ ແລະ ຫຼັງການເກັບກ່ຽວເຂົ້ານາປີແລ້ວ ຫັນມາປູກພຶດລົມລຸກເພື່ອເພີ່ມເປັນສີນຄ້າ ສ້າງໃຫ້ຊິວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງ ວຽງທອງໃຫ້ດີຂື້ນເປັນກ່າວໆ.
Editor: ເມືອງວຽງທອງ