ຫຼວງພະບາງ ເປັນແຂວງ ທີ່ມີທ່າແຮງດ້ານການທ່ອງທ່ຽວເປັນຕົວຂັບເຄື່ອນຫຼັກ ໃນການຊ່ວຍຊຸກຍູ້ເສດຖະກິດ ເຊິ່ງເຮັດໃຫ້ບັນດາຂະແໜງການປິ່ນອ້ອມໄດ້ຮັບການພັດທະນາ ມາຮອດປີ 2017 ເສດຖະກິດຫຼວງພະບາງ ເຕີບໂຕໃນລະດັບ 8,2% ແລະ ແຂວງກໍ່ໄດ້ວາງຄາດໝາຍສູ້ຊົນເຮັດໃຫ້ເສດຖະກິດເຕີບໂຕໃນລະດັບ 8,4% ໃນປີ 2018 ໂດຍມີຂະແໜງຜະລິດຕະພັນການບໍລິການ ກວມເອົາ 46% ຂອງ GDP.
ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ໄດ້ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນປີ 2017 ຜ່ານມາ ເຫັນວ່າເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ຍັງບໍ່ໄດ້ຕາມແຜນການທີ່ວາງ ( ແຜນ 8,6% ) ປະຕິບັດຕົວຈິງບັນລຸ 8,2%ຕໍ່ປີ ເຊິ່ງລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸ 6.527 ຕື້ກີບ. ໃນນັ້ນ, ຂະແໜງກະສິກຳ ກວມ 31% ຂອງ GDP; ຂະແໜງການບໍລິການ ກວມ 46% GDP; ຂະແໜງອຸດສາຫະກຳ – ຫັດຖະກຳ ກວມ 23% ຂອງ GDP, ສະເລ່ຍລາຍຮັບໃສ່ຫົວຄົນບັນລຸ 1.877 ໂດລາຕໍ່ຄົນຕໍ່ປີ. ເຖິງຢ່າງໃດກໍ່ຕາມ ການພັດທະນາເສດຖະກິດ – ສັງຄົມຂອງຕົວເມືອງ ກັບບັນດາເມືອງອ້ອມຂ້າງ ຫຼື ຊີວິດການເປັນຢູ່ຂອງປະຊາຊົນ ລະຫວ່າງ ຕົວເມືອງກັບຊົນນະບົດ ຍັງມີຄວາມແຕກໂຕນກັນຫຼາຍ; ມາຮອດທ້າຍປີ 2017 ແຂວງຫຼວງພະບາງ ຍັງມີເມືອງທຸກຍາກ 4 ເມືອງ, ບ້ານທຸກຍາກ 170 ບ້ານ ( ກວມເອົາ 22,55% ຂອງບ້ານທັງໝົດ ), ຄອບຄົວທຸກຍາກ ຍັງ 4.197 ຄອບຄົວ ( ກວມເອົາ 5,39% ), ບ້ານພັດທະນາກວມເອົາ 39,8% ແລະ ຄອບຄົວພັດທະນາກວມເອົາ 63,8% ຂອງຄອບຄົວທັງໝົດ.
ສຳລັບໃນປີ 2018 ແຂວງໄດ້ມີແຜນຄາດໝາຍສູ້ຊົນເຮັດໃຫ້ເສດຖະກິດເຕີບໂຕໃນລະດັບ 8,4%ຕໍ່ປີ, ມູນຄ່າຂອງລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 7.076 ຕື້ກີບ ສະເລ່ຍລາຍຮັບໃສ່ຫົວຄົນ 2.023 ໂດລາສະຫະລັດຕໍ່ຄົນຕໍ່ປີ ໂດຍມີຂະແໜງການທີ່ເປັນເສົາຄໍ້າຫຼັກແມ່ນ ການບໍລິການກວມເອົາ 46%; ຂະແໜງກະສິກຳ ປ່າໄມ້ ກວມເອົາ 30% ແລະ ຂະແໜງອຸດສາຫະກຳ ແລະ ຫັດຖະກຳ ກວມເອົາ 24% ຂອງ GDP.
Editor: ເສດຖະກິດ-ການຄ້າ