ໃນວັນທີ 10 ມີນາ 2018 ຜ່ານມາ ປະຊາຊົນບ້ານດອນເດດ, ເມືອງໂຂງ, ແຂວງຈຳປາສັກ ໄດ້ລາຍງານວ່າໄປພົບເຫັນປາຂ່ານ້ອຍໂຕໜຶ່ງ ຢູ່ຫາດລະງາ ສະພາບແມ່ນຕາຍແລ້ວ, ສັງເກດເຫັນມີຮອຍຕາມໂຕ ຈິ່ງຄາດວ່າຈະຕາຍຍ້ອນຖືກມອງ ຫຼື ຕາຍແລ້ວ ຈິ່ງຖືກມອງ.
ປາຂ່າ ເປັນສັດທີ່ລ້ຽງລູກດ້ວຍນ້ຳນົມ, ຖືກຈັດຢູ່ສັດນ້ຳຊະນິດຫວງຫ້າມ ແລະ ຄຸ້ມຄອງຢູ່ ສປປ ລາວບັນຊີ1. ປາຂ່າ ແມ່ນວ່າເຫລືອໜ້ອຍທີ່ສຸດໃນປະເທດລາວ ສະນັ້ນ, ລັດຖະບານ ຈິ່ງຈັດໃຫ້ຢູ່ໃນປະເພດຫວງຫ້າມ ແລະ ແຕ່ໃດມາປະຊາຊົນ ກໍ່ບໍ່ໄດ້ຫາເປັນອາຫານ. ແຕ່ກໍລະນີນີ້ມີຮອຍໃນຕົນໂຕຂອງປາ ປະຊາຊົນທີ່ພົບເຫັນຈິ່ງຄາດການວ່າໜ້າຈະຕາຍຍ້ອນຖືກມອງ ຫຼື ຖືກໄຟຊ໋ອດຢ່າງແນ່ນອນ.
Editor: ແຂວງຈຳປາສັກ