ໃນວັນທີ 7-8 ມິນາ 2018 ຜ່ານມາທີ່ຫ້ອງການບ້ານ - ບ້ານ ນໍ້າກ້າງ ແລະ ບ້ານ ຈອມທອງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີຮັບຮອງຄອບຄົວສາມັກຄີປອງດອງຂື້ນ ໂດຍການເຂົ້າຮ່ວມຂອງທ່ານ ວົງສີ ທອງສີອິນທິປັນຍາ, ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີບັນດາຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີປະທານແນວລາວສ້າງຊາດບ້ານ, ເລຂາພັກບ້ານ-ນາຍບ້ານ, ຄະນະກໍາມະການປະເມີນສ້າງຄອບຄົວສາມັກຄີປອງດອງ ພ້ອມດ້ວຍ ພໍ່, ແມ່ປະຊາຊົນພາຍໃນບ້ານເຂົ້າ ຮ່ວມກັນຢ່າງພ້ອມພຽງ.
ໃນພິທີທ່ານ ທິດບຸນມີ ປະທານແນວລາວສ້າງຊາດບ້ານ ໄດ້ໃຫ້ກຽດຂື້ນຜ່ານບົດສະຫຼູບ ແລະ ທິດທາງແຜນການໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດວຽກງານປະເມີນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງບ້ານບ້ານນໍ້າກ້າງ ໃນໄລຍະຜ່ານມາ, ບ້ານ ມີ 128 ຄອບຄົວ, ມີພົນລະເມືອງ ທັງໝົດ 702 ຄົນ, ຍິງ 335 ຄົນ, ມີ 1 ຊົນເຜົ່າ ຄື: ຊົນເຜົ່າກວນ, ບ້ານໃຫ່ຍຈອມທອງ ມີ 383 ຄອບຄົວ ມີພົນລະເມືອງ ທັງໝົດ 2,459 ຄົນ, ຍີງ 1,189 ຄົນ, ມີ 3 ຊົນເຜົ່າຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າລາວເທີງ. ໄລຍະຜ່ານມາທາງຄະນະພັກບ້ານ, ແນວລາວສ້າງຊາດບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີໃນຄອບຄົວ ແລະ ພາຍນອກໃຫ້ມີຄວາມເຂົ້າໃຈສາມັກຄີກັນ ຕັ້ງໜ້າພັດທະນາຄອບຄົວໃຫ້ດີຂື້ນໄປເທືອລະກ່າວ ດັ່ງນັ້ນເຫັນໄດ້ດ້ວ່າຈຳນວນຄອບຄົວພາຍໃນບ້ານ ສາມາດປະເມີນຕົວຈິງ ຄອບຄົວທີ່ໄດ້ມາດຖານຂອງການສ້າງຄອບຄົວສາມັກຄີເປັນ
ຕົ້ນກໍ່ແມ່ນມາດຖານ. ທຸກຄົນໃນຄອບຄົວຕ້ອງມີຄວາມສາມັກຄີ, ເປັນຄອບຄົວທີໝັ່ນໄປປະຊຸມ ນັບຖືລະບຽບຂອງບ້ານ, ເປັນຄອບຄົວອະນຸລັກວັດທະນະທຳຂອງເຜົ່າ ແລະ ເປັນຄອບຄົວທີ່ດຳລົງຊິວິດປອດໃສຂາວສະອາດເຊິງສາມາດປະເມີນໄດ້ 85% ຂື້ນໄປ ມີ 100 ຄອບຄົວ ສະນັ້ນຈິງໄດ້ຜ່ານ ຂໍ້ຕົກລົງຂອງ ເຈົ້າເມືອງ ວຽງທອງ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວສາມັກຄີປອງດອງບັນດາເຜົ່າ ໃຫ້ແຕ່ລະຄອບຄົວເປັນກຽດມອບຂອງທ່ານ ເຈົ້າເມືອງ.
ພິທີໄດ້ຮັບຟັງການໂອ້ລົມຈາກທ່ານ ວົງສີ ທອງສີອິນທິປັນຍາ ເລຂາພັກເມືອງ, ເຈົ້າເມືອງວຽງທອງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານດີເດັ່ນ ແຕ່ລະຄອບຄົວສາມາດຍາດມາໄດ້ ພ້ອມທັງໄດ້ມີຄຳເຫັນຕໍ່ບາງວຽກງານໃນການສ້າງບ້ານສາມັກຄີປອງດອງໃນຕໍ່ໜ້າຕື່ມອີກ.
Editor: ເມືອງວຽງທອງ