ໃນວັນທີ 7 ມີນາ 2018 ນີ້ ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງສາກົນ ປາກຊັນ, ແຂວງ ບໍລິຄໍາໄຊ ສປປລາວ ໄດ້ຈັດກິດຈະກໍາແຂ່ງຂັນກິລາ ເຕະບານ (ຟຸດຊໍ) ມິດຕະພາບ ກັບ ດ່ານ ຕມ ສາກົນ ຈັງຫວັດບຶງການ, ລາຊະອານາຈັກໄທ ຂື້ນຢູ່ທີ່ສະໜາມກິລາຈາລະນາ, ເພື່ອເປັນການຮັດແໜ້ນຄວາມສາມັກຄີ, ມິດຕະພາບ ສາຍພົວພັນ ລະຫວ່າງ ສອງກໍາລັງໃຫ້ໝັ້ນຄົງທະນົງແກ່ນ ແລະ ທັງເປັນການປະສານສົມທົບ ແລກປ່ຽນຄວາມຮູ້ປະສົບການໃນດ້ານວຽກງານຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ການແລກປ່ຽນຂໍ້ມູນ-ຂ່າວສານ, ສິລະປະ, ວັດທະນະທໍາ, ການສ້າງຄວາມເຂົ້າໃຈຕໍ່ລະບຽບການວຽກງານຂອງດ່ານຂອງທັງສອງປະເທດ ກໍ່ຄືດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ສາກົນປາກຊັນ ແລະ ດ່ານ ຕມ ສາກົນ ຈັງຫວັດບຶງການ, ທັງເປັນການຂໍ່ານັບຮັບຕ້ອນໃຫ້ແກ່ວັນສໍາຄັນຂອງພັກຂອງຊາດ ກໍ່ຄື ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ( 22 ມີນາ 1955 – 22 ມີນາ 2018 ) ແລະ ( ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (5 ເມສາ 1961 – 5 ເມສາ 2018) ທີ່ຈະໝູນວຽນມາຮອດອີກວາລະໜຶ່ງ, ເປັນກຽດຕ້ອນຮັບໂດຍ ທ່ານ ພັນຕີ ນາງ ບົວລອນ ຈັນທະບູນສຸກ ຫົວໜ້າດ່ານ ຕມ ສາກົນປາກຊັນ ແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ, ໃນນີ້ທີມນັກກິລາຝ່າຍ ດ່ານ ຕມ ສາກົນປາກຊັນ ນໍາໂດຍ ຮ້ອຍເອກ ສຸກສາຄອນ ພົງວິຈິດ ຮອງຫົວໜ້າດ່ານ ຕມ ສາກົນປາກຊັນ, ນັກກິລາຝ່າຍ ດ່ານ ຕມ ສາກົນບຶງການ ນໍາໂດຍ ທ່ານ ພັນເອກ ເຊົາໄວ ສານກະມົນ, ຜູ້ກໍາກັບການຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຈັງຫວັດບຶງການ ພ້ອມດ້ວຍນັກກິລາທັງສອງຝ່າຍເຂົ້າຮ່ວມ, ຫຼັງຈາກນັ້ນ ນັກກິລາຂອງທັງສອງຝ່າຍກໍ່ໄດ້ລົງເດີ່ນເປີດສະໜາມກິລາແຂ່ງຂັນກັນ ເຊິ່ງເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນຈາກຜູ້ຊົມຜູ້ເຊຍຂ້າງສະໜາມ, ທັງສອງທີມ ຕ່າງກໍ່ໄດ້ເອົາໃຈໃສ່ໃນການແຂ່ງຂັນກັນຢ່າງເຕັມຄວາມສາມາດເຫັນວ່າທັງສອງທີມຫຼິ້ນໄດ້ສູສີກັນຜັດປ່ຽນກັນຍິງປະຕູຈົນຈົບເກມ ທັງສອງທີມ ສາມາດຍິງປະຕູສະເໝີກັນ ດ້ວຍຜົນຄະແນນ 8 ປະຕູຕໍ່ 8, ໃນພິທີທັງສອງຝ່າຍຍັງໄດ້ມອບຂອງຂວັນໃຫ້ເຊິ່ງກັນ ແລະ ກັນ ເພື່ອເປັນທີ່ລະນຶກ ເນື່ອງໃນໂອກາດພົບປະຢ້ຽມຢາມໃນຄັ້ງນີ້ຕື່ມອີກ.
Editor: ປກສ ແຂວງບໍລິຄຳໄຊ