ໃນຕົ້ນເດືອນມີນາ 2018 ນີ້ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທີ ມອບເງີນກອງທຶນ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນເມືອງຊະນະຄາມ ໃນຈຳນວນ 12 ບ້ານຂອງເມືອງຊະນະຄາມ ທີ່ນອນຢູ່ໃນໂຄງການ ຢູ່ທີ່ສະໂມສອນຂອງເມືອງຊະນະຄາມ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງໆຊະນະຄາມ,ມີທ່ານ ວີຊາ VISA ຫົວໜ້າ ຊ່ຽວຊານໂຄງການ ປ່າໄມ້ແບບຍືນນານ, ມີບັນດາຫົວໜ້າຫ້ອງການ ພະແນກການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງທັງ12 ບ້ານກໍ່ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການຄຸ້ມຄອງປ່າໄມ້ແບບຍືນນານນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ທະນາຄານໂລກ ລັດຖະບານ ປະເທດ ແຟງລັງ ແລະ ທຶນສົມທົບຈາກລັດຖະບານລາວ, ໂດຍສະເພາະ ເມືອງຊະນະຄາມ ກໍ່ໄດ້ຮັບທຶນຈາກໂຄງການນີ້ ໃນຈຳນວນ 12 ບ້ານ ເຊິງໄດ້ຮັບທຶນ ທັງໜົດ 383.385 000 ກີບ ຕົກ ບ້ານລະ 31.948 800ກີບ.
ຈຸດປະສົງຂອງໂຄງການຄຸ້ມຄອງປ່າໄມ້ແບບຍຶນນານນີ້ ກໍ່ເພື່ອ ເປັນການຈັດຕັ້ງແຜນນະໂຍບາຍຕາມແຜນຍຸດທະສາດ ບັນດາລະບຽບຫຼັກການ ແລະ ບັນດາໜ້າວຽກຕ່າງໆ ໃນການຂະຫຍາຍຕົວລະບົບ, ລະບົບການຈັດສັນຄຸ້ມຄອງປ່າໄມ້ແບບຍືນນານ, ເພື່ອສ້າງໂອກາດ ແລະ ສ້າງເງື່ອນໄຂ ໃຫ້ປະຊາຊົນມີສ່ວນຮ່ວມ ຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ເພື່ອໃຫ້ປ່າໄມ້ ແລະ ທີ່ດິນ ຢູ່ໃນເຂດປ່າຜະລິດ ໄດ້ຮັບການຈັດຕັ້ງປະຕິບັດ ຕາມລະບົບການຄຸ້ມຄອງປົກປັກຮັກສາປ່າໄມ້ ແບບຍືນນານ ເຮັດໃຫ້ປະຊາຊົນ ບັນດາເຜົ່າ ຢູ່ໃນເຂດປ່າຜະລິດ ໄດ້ຮັບການປັບປຸງ ພັດທະນາໃຫ້ດີຂື້ນກ່ວາເກົ່າ ໂດຍບໍໄດ້ເຂົ້າໄປບຸກລຸກ ທຳລາຍປ່າໄມ້ ແລະ ເພື່ອໃຫ້ປ່າໄມ້ເຂດດັ່ງກ່າວ ກາຍເປັນປ່າທີ່ມີຄວາມສາມາດຕອບສະໜອງ ວັດຖຸດິບດ້ານໄມ້, ເຄື່ອງປ່າຂອງດົງ ໃຫ້ແກ່ການພັດທະນາເສດຖະກິດ ຂອງຊາດໄວ້ຍາວນານ.
Editor: ເມືອງຊະນະຄາມ