ຕອນເຊົ້ນວັນທີ 9 ມີນາ 2018 ນີ້ ທີ່ເດີນຈັດງານບຸນກິນຈຽງ, ບ້ານໂພນຄຳ ( ຫລັກ 52 ), ເມືອງໂຮງແຂວງວຽງຈັນ ທ່ານນາງ ອິນຄຳ ພັນດາລາ, ເຈົ້າເມືອງ-ເມືອງໂພນໂຮງ, ໄດ້ໃຫ້ກຽດກ່າວເປີດງານວາງສະແດງສິນຄ້າເອື້ອຍນ້ອງແມ່ຍິງບັນດາເຜົ່າ ແລະ ສິນຄ້າໂອດ໋ອບຂອງເມືອງ. ເຂົ້າຮ່ວມໃນພິທີມີທ່ານ ວິນັດ ສີສຸວົງ, ຄະນະປະຈຳພັກແຂວງ ປະທານກວດກາພັກ, ຫົວຫນ້າພະແນກ ກວດກາລັດ ແຂວງວຽງຈັນ, ພ້ອມນັ້ນ ຍັງມີແຂກຖືກເຊີນ, ເອື້ອຍນ້ອງແມ່ຍິງພາຍໃນເມືອງເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານວາງສະແດງສິນຄ້າເອື້ອຍນ້ອງແມ່ຍິງບັນດາເຜົ່າ ແລະ ສິນຄ້າໂອດ໋ອບຂອງເມືອງໂພນໂຮງ ເພື່ອແນ່ໃສ່ກະຕຸ້ນການທ່ອງທ່ຽວ, ການຈັບຈ່າຍຊື້ສິນຄ້າພາຍໃນເມືອງໂພນໂຮງໃຫ້ມີຄວາມຄຶກຄື້ນ, ເປັນການຕ້ອນຮັບວັນສຳຄັນຂອງຊາດ ຂອງພັກ, ທັງເປັນການສົ່ງເສີມສິນຄ້າທ້ອງຖິ່ນ ສິນຄ້າພູມປັນຍາຊາວບ້ານ ແລະ ສິນຄ້າໂອດ໋ອບຂອງເມືອງໂພນໂຮງ ໃຫ້ຄົນຮັບຮູ້ຫລາຍຂື້ນ.
ພາຍໃນງານວາງສະແດງສິນຄ້າເອື້ອຍນ້ອງແມ່ຍິງບັນດາເຜົ່າ ແລະ ສິນຄ້າໂອດ໋ອບ ຍັງຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນຂະບວນແຫ່ຜ້າອີໂປ້ຜືນໃຫຍ່ ຂະຫນາດ 4 ຄູນ 10 ແມັດ ແລະ ເຄື່ອງຫັດຖະກຳ, ການຈັດໂຊນສະແດງວັດທະນາທຳ 3 ເຜົ່າ ໄວ້ໃຫ້ທ່ຽວຊົມ ແລະ ສຶກສາຫາຄວາມຮູ້, ການປະກວດເດີ່ນແບບອາພອນເຄື່ອງຫັດຖະກຳ ທີ່ເນັ້ນສື່ເຖິງວັດທະນາທຳຂອງແຕ່ລະຊົນເຜົ່າ, ການແຂ່ງຂັນສິນລະປະຂອງນ້ອງນັກຮຽນທົ່ວເມືອງໂພນໂຮງ ແລະ ຕະຫລາດນັດວາງສະແດງສິນຄ້າຫັດຖະກຳ ແລະ ສິນຄ້າໂອດ໋ອບ.
ງານວາງສະແດງສິນຄ້າເອື້ອຍນ້ອງແມ່ຍິງບັນດາເຜົ່າ ແລະ ສິນຄ້າໂອດ໋ອບ ແມ່ນຈັດຂື້ນໃນລະຫວາ່ງ ວັນທີ 9–17 ມີນາ 2018 ນີ້ ທີ່ເດີ່ນຈັດງານບຸນກິນຈຽງ, ບ້ານໂພນຄໍາ, ( ຫລັກ 52 ), ເມືອງໂພນໂຮງ, ແຂວງວຽງຈັນ.
Editor: ຕະວັນ ແສງສະຫວັນ