ຈາກກໍລະນີ ເຫດການຟ້າຜ່າງົວ ຂອງປະຊາຊົນ ຢູ່ບ້ານນາຫີນ, ເມືອງແກ່ນທ້າວ, ແຂວງໄຊຍະບູລີ ເຮັດໃຫ້ງົວຕາຍຫມົດ 27 ໂຕ ໃນກາງເດືອນກຸມພາທີ່ຜ່ານມາ.
ແລະເມື່ອບໍ່ດົນມານີ້, ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງ ເມືອງແກ່ນທ້າວ, ແຂວງໄຊຍະບູລີ ໄດ້ມອບເງິນ ຊ່ວຍເຫລືອຄອບຄົວ ທ້າວຊຽງທັດ ແສນພັນ ອາຍຸ 76 ປີ ທີ່ຖືກເຄາະຮ້າຍ ຈາກໄພທໍາມະຊາດ ຟ້າຜ່າງົວຕາຍ 27 ໂຕ ຢູ່ບ້ານນາຫີນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃນວັນທີ 22 ກຸມພາ 2018 ຜ່ານມາ ຈຳນວນ 2.500.000 ກີບ. ໂດຍມີຫົວໜ້າ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ແລະ ນາຍບ້ານພ້ອມດ້ວຍ ອໍານາດການປົກຄອງບ້ານເຂົ້າຮ່ວມ.
ການມອບເງິນຊ່ວຍເຫລືອຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ເລກທີ 314/ຈມ ລົງວັນທີ 2 ມີນາ 2018 ວ່າດ້ວຍການອະນຸມັດ ຈ່າຍເງິນກອງທຶນຄຸ້ມຄອງໄພພິບັດ ຂັ້ນເມືອງນັ້ນ, ເຈົ້າເມືອງເຫັນດີອະນຸມັດໃຫ້ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ເພື່ອຊ່ວຍເຫລືອ ແລະ ເປັນຂວັນກຳລັງໃຈ ໃຫ້ແກ່ຄອບຄົວດັ່ງກ່າວ.
Editor: ເມືອງແກ່ນທ້າວ