ເພື່ອເປັນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 108 ປີ ໃຫ້ເປັນຂະການຟົດຟືນມ່ວນຊື້ນ ເຕັ້ມໄປດ້ວຍຄວາມໝາຍ ຄວາມສຳຄັນອັນເລີກເຊີ່ງ, ໃນວັນທີ 6-7 ມີນາ 2018 ນີ້ ແຂວງວຽງຈັນ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ຄອບຄົວ ຂື້ນ ໂດຍເລີ່ມຈາກ ວິທະຍາໄລເຕັກນິກແຂວງ ຫາ ເດີ່ນກິລາໃນຮົ່ມແຂວງວຽງຈັນ; ໃຫ້ກຽດຍ່າງນໍາໜ້າໃນກິດຈະກຳດັ່ງກ່າວ ໂດຍແມ່ນ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງວຽງຈັນ, ມີການນຳຂັ້ນແຂວງ, ເອື້ອຍນ້ອງແມ່ຍີງ ຈາກບັນດາພະແນກການຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ.
ພາຍໃນກິດຈະກຳໄດ້ມີການກວດສຸຂະພາບຕາໂດຍບໍ່ໄດ້ເສຍຄ່າ ໂດຍການປະສານສົມທົບຈາກພະແນກສາທາລະນະສຸກແຂວງ ກໍຄືໂຮງໝໍແຂວງວຽງຈັນ. ນອກຈາກນີ້ ໃນມື້ຕໍ່ມາ ວັນທີ 7 ມີນາ 2018, ໄດ້ມີພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ ທີ່ຫ້ອງການປົກຄອງແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງບັນດາພະນັກງານການນໍາ, ພະນັກງານອາວຸໂສ, ແຂກຖືກເຊີນ ແລະ ເອື້ອຍນ້ອງສະມາຊິກແມ່ຍິງທົ່ວແຂວງເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 108 ປີ ໂດຍໃຫ້ກຽດຂື້ນເລົົ່າມູນເຊື້ອວັນດັ່ງກ່າວ ແມ່ນ ທ່ານ ທອງສະຫວັນ ວົງສຳພັນ, ຄະນະປະຈໍາ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຊິ່ງເພີ່ນໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ຂອງບັນດາເອື້ອຍນ້ອງແມ່ຍິງ ທີ່ຄຽງບ່າຄຽງໄຫຼກັບເພດຊາຍ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫລອດມາ.
Editor: ແຂວງວຽງຈັນ