ໃນເມື່ອບໍ່ດົນນີ້; ຢູ່ທີ່ສະໂມສອນຂອງເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ຫ້ອງການພາຍໃນເມືອງ ອາດສະພັງທອງ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ພ້ອມທັງມອບໃບຢັ້ງຢືນບ້ານໜັກແໜ້ນເຂັ້ມແຂງ 14 ບ້ານ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຸລິໂຍ ສີລາວົງ, ຮອງເຈົ້າເມືອງ ອາດສະພັງທອງ, ມີທ່ານ ສຸກສະຫວັດ ອິນທະປັນຍາ ຫົວໜ້າຫ້ອງການພາຍໃນ ເມືອງ ອາດສະພັງທອງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ເລຂາຄະນະພັກຮາກຖານ, ເລຂາພັກບ້ານ, ນາຍບ້ານພາຍໃນ 14 ບ້ານເຂົ້າຮ່ວມ.
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງການພາຍໃນ ເມືອງໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍສັງເຂບ ວ່າ: ຫ້ອງການພາຍໃນ ເມືອງອາດສະພັງທອງ ມີພະນັກງານ-ລັດຖະກອນ ທັງໝົດ 12 ຄົນ, ຍິງ 3 ຄົນ. ໃນໄລຍະຜ່ານມາແມ່ນມີຫຼາຍຜົນງານທີ່ໂດດເດັ່ນເປັນຕົ້ນກໍ່ແມ່ນ ວຽກງານການປົກຄອງ ເພາະເປັນສ່ວນປະກອບໜຶ່ງທີ່ສໍາຄັນ ໂດຍສະເພາະການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາລະບຽບການຕ່າງໆທາງດ້ານການບໍລິຫານລັດ, ການປັບປຸງກົງຈັກການບໍລິຫານລັດ ໃຫ້ຫຼາຍຂຶ້ນ ເພື່ອຄວາມເຂັ້ມແຂງໃຫ້ອົງການປົກຄອງບ້ານ ເພາະວ່າອົງການປົກຄອງບ້ານເປັນອົງການຈັດຕັ້ງທີ່ຕິດແທດກັບປະຊາຊົນ ແລະ ສະໜອງການບໍລິການໃຫ້ແກ່ປະຊາຊົນໂດຍກົງ, ອົງການປົກຄອງທ້ອງຖິ່ນຍັງມີໜ້າທີ່ໃນການຄຸ້ມຄອງປະຊາຊົນ-ພົນລະເມືອງ, ຄຸ້ມຄອງພື້ນທີ່ຊັບພະຍາກອນທໍາມະຊາດໃນທ້ອງຖິ່ນຂອງຕົນ ລວມທັງເຂດແດນເຊື່ອມຕໍ່ ລະຫວ່າງ ບ້ານຕໍ່ບ້ານ, ເມືອງກັບເມືອງ.
ຈາກນັ້ນ; ກໍ່ໄດ້ມີການມອບໃບຢັ້ງຢືນ ບ້ານໜັກແໜ້ນເຂັ້ມແຂງໃຫ້ກັບ 14 ບ້ານຄື: ບ້ານໂພນຜາງ, ບ້ານ ນາຈານ, ບ້ານໜອງຫອຍ, ບ້ານດົງນາຂາມ, ບ້ານນາແສນແກ້ວ, ບ້ານດົງເຫັນ, ບ້ານຕະບອງເພັດ, ບ້ານດົງກິໂລ, ບ້ານໜອງປາກຊ່ອງ, ບ້ານສີວິໄລ, ບ້ານນາໄລ່ໂຄກ, ບ້ານດົງກຶມ, ບ້ານຫຼຽນໄຊ ແລະ ບ້ານແຈລະມ໋ອງ.
ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ສຸກສະຫວັດ ອິນທະປັນຍາ ຫົວໜ້າຫ້ອງການພາຍໃນ ເມືອງອາດສະພັງທອງ.
Editor: ເມືອງອາດສະພັງທອງ