ໃນທ້າຍເດືອນທີ່ຜ່ານມາ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງພູຄູນ, ແຂວງຫລວງພະບາງ ຫ້ອງການສາທາລະນະສຸກເມືອງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2017 ແລະ ທິດທາງແຜນການ 2018 ໂດຍການເປັນປະທານຮ່ວມຂອງທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ທ່ານ ອຳພອນ ພະລາມມີໄຊ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ, ມີຫົວໜ້າຫ້ອງການອ້ອມຂ້າງ, ສຸກສາລາ, ນາຍບ້ານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ໃນປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຈາກທ່ານ ສີທົນ ແກ້ວອຸດົມສຸກ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຍົກໃຫ້ເຫັນເຖິງຜົນງານທີ່ພົ້ນເດັ່ນ ແລະ ບົດຮຽນທີ່ຍັງຄ້າງຄາ ໃນການເຄື່ອນໄຫວປະຕິບັດໜ້າທີ່ຕະຫຼອດໄລຍະ 1 ປີ ເຊິ່ງໄດ້ເຄື່ອນໄຫວຈັດຕັ້ງປະຕິບັດແຕ່ລະກິດຈະກຳຍ່ອຍຂອງ 8 ແຜນງານໃຫ່ຍ ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ: ການປັບປຸງຍົກລະດັບການບໍລິການ ໄປຄ່ຽງຄູ່ກັບການຂະຫຍາຍພື້ນຖານບໍລິການ ແລະ ຕາໜ່າງສາທາລະນະສຸກອອກໄປຍັງເຂດຫ່າງໄກສອກຫຼີກ ໄປພ້ອມກັບການຍູ້ແຮງວຽກງານໂຄສະນາສຸຂະສຶກສາ ແລະ ສົ່ງເສີມສຸຂະພາບແມ່ ແລະ ເດັກ ຕິດພັນກັບການສ້າງບ້ານສາທາລະນະສຸກແບບຢ່າງ ແລະ ຂະບວນການສັກຢາປ້ອງກັນພະຍາດ ເຮັດໃຫ້ອັດຕາການຕາຍຂອງເດັກຫຼຸດລົງຢ່າງຈະແຈ້ງ ແລະ ການສັກຢາກັນພະຍາດຂອງເດັກອາຍຸລຸ່ມ 5 ປີ ສາມາດບັນລຸຕາມຄາດໝາຍ. ປະຈຸບັນ ທົ່ວເມືອງມີໂຮງໝໍ 1 ແຫ່ງ, ສຸກສາລາ 4 ແຫ່ງ, ຫ້ອງກວດພະຍາດເອກະຊົນ 1 ແຫ່ງ, ຮ້ານຂາຍຢາ 9 ຮ້ານ ແລະ ຖົງຢາປະຈໍາບ້ານ 16 ຕູ້.
ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ຂໍ້ຄົງຄ້າງໄດ້ຮັບການແກ້ໄຂ ແລະ ຈັດຕັ້ງປະຕິບັດຕາມທິດທາງແຜນການໃຫ້ຖືກຕ້ອງສອດຄອງກັບ 10 ຕົວຊີ້ວັດ ແລະ 5 ເນື້ອໃນ ປະຕິຮູບການບໍລິການ ແນ່ໃສ່ເຮັດໃຫ້ການບໍລິການມີຄຸນນະພາບ ແລະ ທົ່ວເຖິງ.
ໃນໂອກາດນີ້ ທ່ານເຈົ້າເມືອງພູຄູນ ໄດ້ມອບຜ້າຫົ່ມຈໍານວນໜຶ່ງໃຫ້ແກ່ໂຮງໝໍເມືອງ ແລະ ສຸກສາລາ ເພື່ອຮັບໃຊ້ໃນການບໍລິການຄົນເຈັບ.
Editor: ເມືອງພູຄູນ