ລັດຖະບານ ໄດ້ກໍານົດຍຸດທະສາດປີ 2020 ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ໃຫ້ມີຄວາມຍືນຍົງ, ໂດຍ ມີເປົ້າໝາຍຕົ້ນຕໍ ຕ້ອງເຮັດໃຫ້ ສປປ ລາວ ມີເນື້ອທີ່ ປົກຫຸ້ມປ່າໄມ້ 70% ຂອງເນື້ອທີ່ ທົ່ວປະເທດ; ຄຸ້ມຄອງປ່າໄມ້ ຕາມສາມຈຸດປະສົງ ຄື: ສະຫງວນປ້ອງກັນ ແລະ ນໍາໃຊ້; ປ່າປ້ອງກັນ ແລະ ປ່າຜະລິດ; ສົ່ງເສີມ ການປູກໄມ້ໃຫ້ມີຄວາມອຸດົມສົມບູນ, ໂດຍການກໍານົດ ນະໂຍບາຍສົ່ງເສີມປູກໄມ້ ແລະ ຟື້ນຟູ ປ່າແຕ່ລະໄລຍະ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວ ໃນກອງປະຊຸມສໍາມະນາ ກ່ຽວກັບການ ສົ່ງເສີມປູກໄມ້ ແລະ ຟື້ນຟູປ່າ ເພື່ອປະກອບສ່ວນ ຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ໃນປີ 2020 ວ່າ: ໃນຊຸມປີຜ່ານມາ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນໄດ້ເອົາໃຈໃສ່ໃນການ ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ ດ້ວຍການອອກນະໂຍບາຍປະກາດ ໃຊ້ບັນດາກົດໝາຍ ແລະ ລະບຽບການ, ພ້ອມທັງ ໄດ້ວາງມາດຕະການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ຢ່າງມີແຜນການ ໃນແຕ່ລະໄລຍະ ໂດຍສະເພາະ ໃນປີ 2000 ລັດຖະບານໄດ້ອອກດໍາລັດ ວ່າດ້ວຍການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາ ສິ່ງແວດລ້ອມ ໂດຍສະໜອງນະໂຍບາຍເຊັ່ນ: ການຈັດສັນທີ່ດິນປູກໄມ້, ການໃຫ້ເຊົ່າ ຫລື ສໍາປະທານ ທີ່ດິນ, ກໍາມະສິດຕໍ່ຕົ້ນໄມ້ທີ່ປູກ, ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫລື ລຸດຜ່ອນພາສີອາກອນຕາມລະບຽບການ.
ທ່ານ ຮອງນາຍົກລັດຖະມົນຕີ ກ່າວຕື່ມວ່າ: ແຕ່ເຖິງຢ່າງໃດກໍດີ ການຈັດຕັ້ງ ປະຕິບັດນະໂຍບາຍ ແລະ ຍຸດທະສາດດັ່ງກ່າວ, ໃນໄລຍະຜ່ານມາ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເຊິ່ງໄດ້ສ້າງຜົນກະທົບຕໍ່ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແລະ ເຮັດໃຫ້ເນື້ອທີ່ປ່າໄມ້ ຫລຸດໜ້ອຍຖອຍລົງ ໃນແຕ່ລະໄລຍະ ຕາມການສໍາຫລວດ ຊີ້ໃຫ້ເຫັນວ່າໃນປີ 1940 ຄາດຄະເນ ຄວາມປົກຫຸ້ມປ່າໄມ້ ໃນລາວມີປະມານ 70% ຂອງເນື້ອທີ່ ທົ່ວປະເທດ ແລະ ໃນປີ 2015 ເຫັນວ່າເນື້ອທີ່ປ່າໄມ້ ຫລຸດລົງຮອດ 58%, ເຊິ່ງສາເຫດຕົ້ນຕໍ ທີ່ເຮັດໃຫ້ປ່າໄມ້ຫລຸດລົງ ແມ່ນການຫັນປ່ຽນເນື້ອທີ່ ປ່າໄມ້ໄປສູ່ເປົ້າໝາຍອື່ນແບບບໍ່ມີແຜນການ, ການຖາງປ່າເຮັດໄຮ່ ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະ ໃນເຂດພູດອຍ ແລະ ການຂຸດຄົ້ນໄມ້.
Editor: ຂ່າວສານປະເທດລາວ