ໃນທ້າຍອາທິດຜ່ານມານີ້; ໜ່ວຍພັກຫ້ອງການແຮງງານສະຫວັດດີການ-ສັງຄົມ ຮ່ວມກັບ ຫ້ອງການຖະ ແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ເມືອງອາດສະພັງທອງ ແຂວງ ສະຫວັນນະເຂດ ສໍາເລັດກອງປະຊຸມໃຫ່ຍຄັ້ງທີ II ຂອງໜ່ວຍພັກຂອງຕົນ, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການແຮງງານ ແລະ ຫວັດດີ ການສັງຄົມ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບົວສີ ເພຍພົມມະລິນ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາການນໍາທີ່ກ່ຽວຂ້ອງອ້ອມຂ້າງເມືອງ, ສະມາຊິກພັກພາຍໃນ 2 ໜ່ວຍພັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫ່ຍຄັ້ງນີ້; ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງບົດສະຫຼຸບການຕີລາຄາການເຄື່ອນໄຫວນໍາພາຂອງ 2 ໜ່ວຍພັກໃນໄລຍະຊຸມປີຜ່ານມາ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າເຫັນວ່າ: ໄດ້ຕິດຕາມຕົວເລກ ເງິນ 8% ຂອງແຕ່ລະຫ້ອງການ ແລ້ວລາຍງານໃຫ້ສູນບໍລິການກອງທຶນປະກັນສັງຄົມແຕ່ລະງວດ, ຈ່າຍບັດປະກັນສັງຄົມໃຫ້ພະນັກງານ-ລັດຖະກອນ ບໍານານ, ເສຍອົງຄະ, ຄູ່ສົມລົດ ແລະ ລູກ ໃນແຕ່ລະງວດ ແລະ ຍັງໄດ້ຄິດໄລ່ມອບເງິນອຸດໜູນເສຍຊີວິດໃຫ້ກັບພະນັກງານບໍານານເສຍອົງຄະ ໃຫ້ແຕ່ລະຮາກຖານ, ໄດ້ເກັບກໍາຂ່າວໄດ້ທັງໝົດ 470 ຄັ້ງ, ສົ່ງຂ່າວໃຫ້ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ, ໜັງສືພິມສະຫວັນພັດທະນາ ໄດ້ 909 ຂ່າວ, ຮັບ ແລະ ແຈກຢາຍໜັງສືພິມຕາມການສັງຈອງຂອງບັນດາກົມກອງຫ້ອງການອ້ອມຂ້າງເມືອງ ໄດ້ທັງໝົດ 4.492 ສະບັບ. ຢູ່ໃນ 2 ໜ່ວຍພັກນີ້; ມີສະມາຊິກພັກທັງໝົດ 9 ສະຫາຍ, ຍິງ 4 ສະຫາຍ, ມີພະນັກງານທັງໝົດ 12 ສະຫາຍ ແລະ ຍິງ 7 ສະຫາຍ.
ຈາກນັ້ນ; ໃນພິທີ ກໍ່ໄດ້ມີການຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າບົ່ງຕົວແຕ່ງຕັ້ງ ສະຫາຍ ພັນທະນູສອນ ໄຊຍະຮັກ ເປັນເລຂາໜ່ວຍພັກຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະຫາຍ ສົມຮັກ ເພັດພູໄທ ເປັນເລຂາໜ່ວຍພັກຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວປະຈຳເມືອງ ອາດສະພັງທອງ ນໍາອີກດ້ວຍ.
Editor: ເມືອງອາດສະພັງທອງ