ແຂວງຫົວພັນ ໄດ້ຈັດພິທີທຳລາຍສິນຄ້າ ລອກຮຽນແບບ, ນອກລະບົບ, ສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ ລວມ 20 ຊະນິດ ຄິດເປັນມູນຄ່າ 6,7 ລ້ານກວ່າກີບ ໃນວັນທີ 2 ມີນາ 2018 ນີ້.
ຕາມແຫຼ່ງຂ່າວໃຫ້ຮູ້ວ່າ: ສິນຄ້າຈຳນວນດັ່ງກ່າວແມ່ນຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະການຄ້າແຂວງຫົວພັນ ໄດ້ລົງສຸ່ມກວດຢູ່ບັນດາຮ້ານຂາຍສົ່ງ, ຂາຍຍ່ອຍ ພາຍໃນເທດສະບານແຂວງ ລວມຈຳນວນ 16 ຮ້ານເທົ່ານັ້ນ ເລີ່ມແຕ່ວັນທີ 5-15 ກຸມພາ 2018 ສາມາດກວດພົບສິນຄ້າປະເພດຢາສູບ, ໝີ່, ໂຈ໊ກ, ເຂົ້າໜົມ,ກາເຟ, ແປ້ງນົວ, ນ້ຳຫວານ ແລະອື່ນໆ ລວມແລ້ວ 20 ລາຍການ.
ເຖິງແມ່ນວ່າຂະແໜງການກ່ຽວຂ້ອງ ຈະມີຄວາມຈິງຈັງປົກປ້ອງຜູ້ຊົມໃຊ້ດ້ວຍການລົງຕິດຕາມກວດກາສະພາບການຊື້-ຂາຍຄືດັ່ງກ່າວ ແລະ ສາມາດຢືດສິນຄ້າໄດ້ຈຳນວນຫຼາຍ ແຕ່ຍັງມີຄວາມຫຍຸ້ງຍາກພໍສົມຄວນໃນການລົງເຮັດໜ້າທີ່ ຍ້ອນຊາວຄ້າຂາຍ ບໍ່ໃຫ້ຄວາມຮ່ວມມືເທົ່າທີ່ຄວນ ສະແດງອອກທີ່ລັກເອົາສິນຄ້າໄປຊຸກເຊື່ອງ, ສິນຄ້າບໍ່ມີການຕິດວັນເດືອນປີຜະລິດ ແລະ ອື່ນໆ ອັນເຮັດໃຫ້ເຈົ້າໜ້າທີ່ພົບຄວາມຫຍຸ້ງຍາກໃນການກວດກາ.
ສະນັ້ນ ຈະໃຫ້ດີແທ້ ນອກຈາກເຈົ້າໜ້າທີ່ລັດແລ້ວ ປະຊາຊົນກໍ່ຕ້ອງເປັນຫູເປັນຕາຊ່ວຍກັນ ບໍ່ໃຫ້ພໍ່ຄ້າຊາວຂາຍສວຍໂອກາດສ້າງຮັ່ງຄຸນມີດ້ວຍການຄ້າຂາຍແບບບໍ່ຍຸຕິທຳ.
Editor: ແຂວງຫົວພັນ