ໃນວັນທີ 16 ມີນາ 2018 ໂຮງນຮຽນ ມໍປາຍ ວຽງຈັນ-ໂຮ່ຈີມິນ ນະຄອນຫຼວງວຽງຈັນ ໄດ້ຈັດ ງານປະກວດນາງສາວວັດທະນະທໍາ, ສິງປະດິດ ແລະ ສິ່ງແວດລ້ອມຂື້ນ ໂດຍການເປັນປະທານ ໃນພິທີຂອງ ທ່ານ ບຸນຈັນ ສີສຸກ ຜູ້ອໍານວຍການ ໂຮງນຮຽນ ມໍປາຍ ວຽງຈັນ-ໂຮ່ຈີມິນ, ພ້ອມດ້ວຍ ບັນດາຮອງອໍານວຍການ, ຄູອາຈານ, ພາກສ່ວນກ່ຽວຂ້ອງ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.
ທ່ານ ອາຈານ ວັນນາ ກ້ອນສູນທາສຸກ ຮອງອໍານວຍການ ໂຮງນຮຽນ ມໍປາຍ ວຽງຈັນ-ໂຮ່ຈີມິນ ຜູ້ຮັບຜິດຊອບວຽກງານກິດຈະກໍາ ໄດ້ໃຫ້ຮູ້ວ່າ: ງານປະກວດດັ່ງກ່າວແມ່ນ ໄດ້ຈັດຂື້ນເພື່ອເປັນການສ້າງກິດຈະກໍາ ໃຫ້ນ້ອງນ້ກຮຽນນັກສຶກສາ ສ້າງຄວາມສາຄວາມສາມັກຄີ ແລະ ເຮັດໃຫ້ນັກຮຽນໃຊ້ເວລາວ່າງໃຫ້ເປັນປະໂຫຍດ ຫ່ງໄກຈາກສິ່ງເສບຕິດ ໂດຍງານດັ່ງກ່າວ ແມ່ນຈະມີການປະກວດແຂ່ງຂັນ ການເດີນແບບຊຸດ ຂີ້ເຫຍື້ອ (Recycle) ຈາກນ້ອງໆນັກຮຽນ ດ້ວຍຊຸດທີ່ນັກຮຽນເປັນຜູ້ທີ່ສ້າງສັນຜົນງານຂື້ນມາເອງ ດ້ວຍການນໍາເອົາສິ່ງເສດເຫຼືອ ມາປະຍຸກໃຫ້ກາຍເປັນຜົນງານທີ່ມີຄວາມໂດດເດັ່ນ, ສວຍງາມ ແລະ ຍັງເປັນການຮັກສາສິງແວດລ້ອມອີກດ້ວຍ, ໃນການເດີນແບບແມ່ນມີ ນັກຮຽນເຂົ້າຮ່ວມ ຈໍານວນ 43 ນ້ອງ ເຊິ່ງມີທັງການນໍາເອົາ ຖົງຢາງ, ຕຸກນໍ້າທີ່ໃຊ້ແລ້ວ, ຫຼອດດູກ, ເຈ້ຍເສດ ແລະ ຂ້ອງເຫຼືອໃຊ້ຕ່າງໆມາສ້າງເປັນຊຸດໃນການເດີນແບບ.
ນອກຈາກນັ້ນຍັງມີກາປະກວດ ຜົນງານ ສິງປະດິດ ໂດຍນໍາເອົາສິງເສດເຫຼືອຕ່ງໆ ມາປະຍຸໃຫ້ເປັນເຄື່ອງໃຊ້ ແລະ ຜົນງານຕ່າງໆ ເພື່ອແຂ່ງຂັນກັນ ເຊິ່ງເປັນການສ້າງກິດຈະກໍາ ເຮັດໃຫ້ນັກຮຽນໄດ້ສະແດງຄວາມສາມາດຄວາມຄິດສ້າງສັນຂອງຕົນ ແລະ ເຮັດໃຫ້ນັກຮຽນກ້າສະແດງອອກ, ນອກນັ້ນພາຍໃນງານ ຍັງມີການສະແດງຈາກນ້ອງນັກຮຽນເຊັ່ນ, ການຮ້ອງເພງ, ການຫຼີ່ນດົນຕີ, ການເຕັ້ນ ແລະ ການສະແດງອື່ນໆ ທີ່ສ້າງຄວາມມ່ວນຊື່ນພາຍໃນງານ, ງານດັ່ງກ່າວແມ່ນໄດ້ມີການຈັດຂື້ນ ປີນີ້ເປັນປີທີ 3 . ຜ່ານການ ແຂ່ງຂັນ ການເດີນແບບ ຊຸດຂີ້ເຫຍື້ອ (Recycle) ແລະ ການແຂ່ງຂັນຜົນງານສ້າງສັງ ທາງຄະນະກໍາມະການ ຄູ-ອາຈານ ໄດ້ມີການລົງຄະແນນ ແລະ ຕັດສີນໃຫ້ລາງວັນ ຊຸດເດີນແບບຊະນະເລີດອັນດັບ 1 ໄດ້ແກ່ ນ້ອງນັກຮຽນ: ຫ້ອງ 7/1, ລາງວັນທີ 2 ໄດ້ແກ່ ຫ້ອງ 6/4, ລາງວັນທີ 3 ໄດ້ແກ່ ຫ້ອງ 6/2 ແລະ ຫ້ອງ 6/1, ສ່ວນໃນດ້ານການປະກວດ ສິງປະດິດ ລາງວັນຊະນະເລີດອັນດັບ 1 ໄດ້ແກ່ ນ້ອງນັກຮຽນ ຫ້ອງ 7/1, ລາງວັນທີ 2 ໄດ້ແກ່ ຫ້ອງ 6/1, ລາງວັນທີ 3 ໄດ້ແກ່ ຫ້ອງ 7/2 ແລະ ອາສາສະໝັກກາງແດງ.
Editor: ສິງຫາ ເລືອງວັນ