ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກະສິກໍາ ກໍຄືວຽກງານການພະລິດ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍເບື້ອງຕົ້ນໄດ້ລົງຢ້ຽມຢາມ ໂຄງການຮ່ວມມື ຟາມຕົວແບບການລ້ຽງງົວພັນ ຢູ່ບ້ານສົມສະຫວາດ ເມືອງປາກງື່ມ ເຊິງຢູ່ໃນການຄຸ້ມຄອງຂອງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ກອງມີ ສີສະໝຸດ ຮອງເຈົ້າເມືອງປາກງື່ມ ແລະ ທ່ານ ບຸນເພັງ ອີນສະຫວັນ ປະທານສະມາຄົມຜູ້ປະກອບການລ້ຽງງົວ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບ ໂຄງການລ້ຽງງົວດັ່ງກ່າວ ແມ່ນໄດ້ຮັບງົວແນວພັນຈໍານວນ 50 ໂຕ ຈາກນະຄອນ ໂຮຈີມີ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂດຍນະຄອນຫຼວງວຽງຈັນໄດ້ມອບຕໍ່ໃຫ້ສະມາຄົມ ຜູ້ປະກອບການນໍາມາລ້ຽງຢູ່ຟາມດັ່ງກ່າວ ໃນເນື້ອທີ່ 71 ເຮັກຕາ, ໃນໂອກາດນີ້ ທ່ານຮອງເຈົ້າຄອງ ໄດ້ຊີ້ນໍາໃຫ້ມີການປັບປຸງຄອກ ແລະ ທົງຫຍ້າ, ແຍກລະບົບການລ້ຽງພໍ່ - ແມ່ພັນ ແລະ ການໃຫ້ອາຫານເສີມ ເພື່ອຮັບປະກັນໄດ້ແນວພັນທີ່ດີ ເຮັດໃຫ້ການຂະຫຍາຍພັນມີປະສິດທິພາບດີຂື້ນ.
ຈາກນັ້ນ ທ່ານຮອງເຈົ້າຄອງ ພ້ອມຄະນະກໍໄດ້ເດີນທາງໄປຢ້ຽມຢາມສວນປູກກ້ວຍ ຢູ່ບ້ານຫ້ວຍນໍາຍຸນ ເມືອງປກງື່ມ ໂດຍໄດ້ຮັບການລາຍງານສະພາບລວມ ແລະ ການພະລິດ ຂອງສວນກ້ວຍດັ່ງກ່ວາ ໂດຍຜູ້ຈັດການບໍລິສັດ ໃຫ້ຮູ້ວ່າ. ບໍລິສັດໄດ້ສໍາປະທານປູກກ້ວຍໃນເນື້ອທີ່ 137 ເຮັກຕາ, ໂດຍມີກໍານົດເວລາ 5 ປີ, ເລີມປູກມາຕັ້ງແຕ່ປີ 2015 ໃນໜຶ່ງປີສາມາດໃຫ້ຜົນພະລິດສົ່ງອອກໄປ ສປ. ຈີນ ແລະ ສ. ເກົາ ຫລາຍກວ່າ 2000 ໂຕນ, ພ້ອມທັງໄດ້ສ້າງວຽກເຮັດງານທໍາໃຫ້ພໍ່-ແມ່ປະຊາຊົນ ໃນເຂດອ້ອມຂ້າງໄດ້ເປັນຈໍານວນຫຼາຍ ສະເລ່ຍຄອບຄົວໜຶ່ງໄດ້ 40 – 50 ລ້ານກີບຕໍ່ລະດູການ, ສໍາລັບວິທີປູກກ້ວຍແມ່ນເນັ້ນໃສ່ຝຸ່ນຊີວະພາບ ມີຮອງບໍາບັດນໍ້າ ທີ່ຮັບປະກັນດານຄຸນນະພາບ ແລະ ຄວາມປອດໄພຂອງຜູ້ບໍລິໂພກ ໂດຍມີພາກສ່ວນຮັບຜິດຊອບລົງຕິດຕາມ ໃຫ້ການຊຸກຍູ້ຢ່າງເປັນປົກກະຕິ ແນ່ໃສ່ໃຫ້ການປູກຖືກຕ້ອງຕາມຫຼັກວິຊາການ ແລະ ໃນຕໍ່ຫນ້າເມື່ອໝົດອາຍຸສໍາປະທານໃນການປູກກ້ວຍແລ້ວ ບໍລິສັດມີແຜນຈະຫັນປ່ຽນມາປູກ ໝາກຖົ່ວດີນ ເພື່ອສະກັດເປັນນໍ້າມັນ ແລະ ພືດຊະນິດອື່ນໆ, ໃນການລົງຢ້ຽມຢາມໃນຄັ້ງນີ້ ທ່ານແກ້ວພິລາວັນ ອາໄພລາດ ໄດ້ລົງຕິດຕາມຂັ້ນຕອນການພະລິດຕົວຈິງ ພ້ອມທັງໄດ້ເນັ້ນໜັກໃຫ້ ບໍລິສັດ ເອົາໃຈໃສ່ຕື່ມ ໃນການຮັກສາສິ່ງແວດລ້ອມ ຮັບປະກັນໃຫ້ຜົນພະລິດມີຄຸນນະພາບ ເປັນທີ່ຍອມຮັບຂອງສາກົນ ແລະ ດ້ານສຸຂະອານາໄມ ເພື່ອຄວາມປອດໄພຕໍ່ຜູ້ບໍລິໂພກ ທັງສາມາດສ້າງວຽກເຮັດງານທໍາ ໃຫ້ນັບມື້ນັບຫລາຍຂື້ນ.
Editor: ສິງຫາ ເລືອງວັນ