ນະຄອນຫຼວງວຽງຈັນ ກຳລັງຈັດຕັ້ງປະຕິບັດໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງນັບແຕ່ເຂດຫຼັກ 3 ເສັ້ນທາງທ່າເດື່ອໄປຫາ 3 ແຍກປາກປ່າສັກ ລວມໄລຍະທາງເກືອບ 3 ກິໂລແມັດ ເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ, ອອກກຳລັງກາຍ, ສະຖານທີ່ຂາຍເຄື່ອງທີ່ລະນຶກ, ສະລອຍນ້ຳເດັກນ້ອຍ ແລະ ກາຍເປັນສວນພຶກສາ ທີ່ເຕັມໄປດ້ວຍທຳມະຊາດດອກໄມ້ນາໆຊະນິດ ທີ່ມີການຄຸ້ມຄອງຮັກສາໃຫ້ເປັນລະບຽບຈົບງາມ.
ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງເປັນໂຄງການທີ່ລັດຖະບານກໍ່ຄືນະ ຄອນຫຼວງວຽງຈັນ ໃຫ້ຄວາມສຳຄັນພິເສດເພື່ອສົ່ງເສີມການການຄ້າພາຍໃນ ແລະ ການທ່ອງທ່ຽວເຂດແຄມຂອງໃຫ້ເປັນໄປຕາມແຜນຍຸດທະສາດຂອງການພັດທະນາ ໃນຊຸມປີ 2020-2030 ຄາດວ່າອີກ 2 ປີຂ້າງໜ້າໂຄງການດັ່ງກ່າວຈະສຳເລັດສົມບູນ. ທ່ານ ບຸນຈັນ ແກ້ວສີທໍາມະ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ, ຫົວໜ້າໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ກ່າວວ່າ: ໂຄງການພັດທະນາແຄມຂອງເຂດດອນຈັນ ແມ່ນໄດ້ເລີ່ມລົງມືປະມານ 1 ເດືອນວຽກງານສ່ວນໃຫຍ່ຍັງເປັນການບຸກເບີກໜ້າດິນ ຄຽງຄູ່ໄປກັບການກໍ່ສ້າງຕາຝັ່ງເຈື່ອນທີ່ເປັນໄລຍະທີ 2 ນັບແຕ່ 3 ແຍກປາກປ່າສັກລົງມາຫາຫຼັກ 3 ຖະໜົນທ່າເດື່ອ ເຊິ່ງໃນນີ້ກຸ່ມບໍລິສັດ ໂຄລາວ ກຣຸບ ໜຶ່ງໃນຜູ້ພັດທະນາໄດ້ຮັບເນື້ອທີ່ 1 ກິໂລແມັດ ດ້ວມມູນຄ່າການລົງທຶນ 2 ລ້ານກວ່າໂດລາສະຫະລັດໄວ້ເປັນສະຖານທີ່ອອກກໍາລັງກາຍ, ຂາຍສິນຄ້າທີ່ລະນຶກ, ຜັກປອດສານພິດ, ສະຖານທີ່ຄົນຍ່າງ ແລະ ອື່ນໆ ເຊັ່ນດຽວກັບເຂດບໍລິເວນປາກປ່າສັກທີ່ຈະມີທັງສະຖານທີ່ຄົນຍ່າງຢູ່ເຂດລຸ່ມ, ສະລອຍນ້ຳເດັກນ້ອຍ ແລະ ນັກທ່ອງທ່ຽວຍັງຈະໄດ້ຊົມຄວາມງາມຂອງທຳມະຊາດຕາເວັນໃກ້ຈະຕົກດິນໃນເວລາຄ້ອຍຄ່ຳຍາມແລງ.
ນອກຈາກນັ້ນກໍ່ຍັງຈະໃຊ້ເນຶ້ອທີ່ 10 ກວ່າເຮັກຕາພັດທະນາໃຫ້ເປັນສວນພຶກສາໃນຫາດດອນຈັນຈະໃຫ້ເຕັມໄປດ້ວຍດອກໄມ້ນາໆພັນ, ສະໝຸນໄພຕ່າງໆ ການພັດທະນາແມ່ນຈະບໍ່ແຕະຕ້ອງດິນຊາຍໃນຫາດຈະນຳເອົາດິນຊາຍ ແລະ ຫີນພູຈາກເຂດອື່ນມາກໍ່ສ້າງທັງໝົດ ໂຄງການພັດທະນາແຄມຂອງທີ່ມີກຳນົດໃຫ້ສຳເລັດ 2 ປີຂ້າງໜ້າຄາດຈະໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະນະຄອນຫຼວງທີ່ມີມວນຊົນຈຳນວນຫຼາຍລວມທັງນັກທ່ອງທ່ຽວທີ່ເດີນທາງ ເຂົ້າ-ອອກ ທີ່ຈະມາທ່ຽວຊົມສະຖານທີ່ດັ່ງກ່າວ ແລະ ມີການໃຊ້ຈ່າຍເປັນເງິນໝູນວຽນຈຳນວນຫຼາຍໃນອະນາຄົດ.
ປັດຈຸບັນເຂດແຄມຂອງ ໂດຍສະເພາະບໍລິເວນ ບ້ານຂຸນຕາ ລົງມາປາກປ່າສັກ ແລະ ສ່ວນເຈົ້າອານຸວົງມີປະຊາຊົນທັງໄວກາງຄົນ ແລະ ຜູ້ສູງອາຍຸ ລວມທັງຕ່າງປະເທດ ໄດ້ມາຍ່າງອອກກຳລັງກາຍຍາມເຊົ້າ-ແລງ, ສຳລັບເຄື່ອງອອກກຳລັງກາຍຢູ່ສວນເຈົ້າອານຸວົງມີພຽງແຕ່ຄົນຈຳນວນໜ້ອຍເທົ່ານັ້ນ ທີ່ໄປອອກກຳລັງກາຍເພາະສ່ວນໃຫຍ່ແມ່ນອອກມາຍ່າງອອກກຳລັງກາຍ ໃນເຂດຕິດແຄມຂອງ, ຫາກມີການພັດທະນາຕາມແຜນໂຄງການຈະສ້າງຜົນປະໂຫຍດຢ່າງມະຫາສານ.
Editor: ສິງຫາ ເລືອງວັນ