ໃນວັນທີ່ 1 ມີນາ 2018 ຢູ່ທີ່ ບ້ານ ມີໄຊ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ. ໄດ້ຈັດພິທີທໍາລາຍອາວຸດເຖື່ອນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງເຈົ້າເມືອງວຽງທອງ, ມີຫົວໜ້າກອງບັນຊາການ ປກຊ, ປກສ ເມືອງ, ເລຂາພັກເຂດນາເມືອງ, ອໍານາດການປົກຄອງ 4 ບ້ານ ຂຶ້ນກັບກຸ່ມບ້ານນາເມືອງ ຄື: ບ້ານໄຊຈະເລີນ, ບ້ານມີໄຊ, ບ້ານວັງແປ້ນ, ບ້ານໄຊບົວທອງ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ຄໍາພູ ພົນດານຸວົງ ຫົວໜ້າກະສິກໍາ-ປ່າໄມ້ເມືອງ ໄດ້ຜ່ານບົດສະຫຼຸບການເກັບກູ້ອາວຸດເຖື່ອນໃນ 4 ບ້ານ ກຸ່ມນາເມືອງ. ຊຶ່ງຜ່ານການຈັດຕັ້ງປະຕິບັດຕົວຈິງໃນເວລາເກັບກູ້ອາວຸດ ສາມາດເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ ຕື່ນຕົວປະກອບສ່ວນຮ່ວມມື ສົ່ງອາວຸດເສີກ, ອາວຸດລ່າເນື້ອ, ຈັກສະຕີ່ນ ແລະ ອຸປະກອນຫາປາ ແບບຜິດກົດໝາຍໄດ້ທັງໝົດ 248 ອັນ, ໃນນັ້ນມີ ປືນແກັບ 202 ກະບອກ, ເລົາປືນແກັບ 20 ເລົາ, ອາວຸດເສີກ 02 ກະບອກ, ໝໍ້ຊ້ອດ 03 ເຄື່ອງ, ຈັກສະຕິ່ນ 21 ເຄື່ອງ.
ການທຳລາຍໃນຄັ້ງນີ້ ໄດ້ຂຸດຂຸມຈູດທຳລາຍ ແລ້ວຖົມດີນຝັງ ຢ່າງເປັນທາງການ.
Editor: ເມືອງວຽງທອງ