ໃນຕອນຄໍ່າຂອງວັນທີ 15 ມີນາ 2018 ກົມຮູບເງົາ ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ພາກສ່ວນກ່ຽວຂ້ອງໄດ້ມີການເປີດງານມະຫະກໍາຮູບເງົາສັ້ນ ວຽງຈັນນານ 2018 ຂື້ນ ທີ່ ສວນສາທາລະນະ ເຈົ້າອານຸວົງ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານຢ່າງເປັນທາງການໂດຍ ທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ມີທ່ານ ວິທູນ ສູນດາລາ ຫົວຫນ້າກົມຮູບເງົາ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຜູ້ຕ່າງຫນ້າສະຖານທູດ, ອົງການຈັດຕັ້ງສາກົນ, ແຂກທີ່ຖຶກເຊີນ ແລະ ມວນຊົນເຂົ້າຮ່ວມຊົມຮູບເງົາພາຍໃນງານ ຢ່າງຫຼວງຫຼາຍ.
ທ່ານ ສະຫວັນຄອນ ຣາຊະມົນຕີ ໄດ້ກ່າວວ່າ: ງານມະຫະກໍາຮູບເງົາສັ້ນ ວຽງຈັນນານປີນີ້ ເປັນຄັ້ງທີ 8 ທີ່ໄດ້ມີການຈັດຂື້ນ ງານດັ່ງກ່າວ ຖືເປັນງານທີ່ສໍາຄັນດ້ານຮູບເງົາຂອງ ນະຄອນຫຼວງວຽງຈັນ ກໍຄື ສປປລາວ ຮູບເງົາທີ່ນໍາມາສາຍ ໃນງານເປັນຮູບເງົາທີ່ມີຫຼາຍສີນສັນ, ຫຼາຍວັດທະນະທໍາ ແລະ ລົດຊາດ ທີ່ມາຈາກພາຍໃນ ແລະ ຕ່າງປະເທດ, ງານມະຫະກໍາຮູບເງົາສັ້ນ ວຽງຈັນນານ ແມ່ນໄດ້ຈັດຂື້ນ ນັບຕັ້ງແຕ່ວັນທີ 15 ຈົນເຖິງ ວັນທີ 18 ມີນາ 2018 ຈຸດປະສົງຫຼັກຂອງການຈັດງານໃນປີນີ້ ນອກຈາກຈະເປັນການລວບລວມເອົາຮູບເງົາເລື່ອງສັ້ນທີ່ດີເດັ່ນນໍາມາສາຍ ໃຫ້ແກ່ມວນຊົນໄດ້ຮັບຊົມແລ້ວ ຍັງເປັນເວທີແຫ່ງການແຂ່ງຂັນ ແລະ ແລກປ່ຽນຄວາມຮູ້ດ້ານຮູບເງົາ, ແລກປ່ຽນວັດທະນະທໍາ ພ້ອມກັນຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ແລະ ສົ່ງເສີມວຽກງານທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2018 ໂດຍຜ່ານຈໍຮູບເງົາ, ປີນີ້ມີຮູບເງົາເຖິງ 41 ເລື່ອງ ໃນຈໍານວນຮູບເງົາ 144 ເລື່ອງ 30 ກວ່າປະເທດ ທີ່ໄດ້ເຂົ້າຮ່ວມສາຍ ແລະ ແຂ່ງຂັນ ໃນໂອກາດດັ່ງກ່າວ, ໃນ 41 ເລື່ອງນັ້ນໄດ້ສະທ້ອນໃຫ້ເຫັນເຖິງຂະບວນການພະລິດ ຕະຫຼອດເຖິງເນື້ອໃນຂອງຮູບເງົາ ທີ່ຈະສື່ໃຫ້ຜູ້ຊົມໄດ້ເຫັນ ສີລະປະ, ວັດທະນະທໍາ ແລະ ຮີດຄອງປະເພນີ ແລະ ຄວາມສວຍສົດງົດງານຂອງປະເທດລາວເປັນຢ່າງດີ, ງານມະຫະກໍາຮູບເງົາສັ້ນ ວຽງຈັນນານ 2018 ທຸກຄົນສາມາດໄປຊົມໄດ້ໂດຍບໍ່ເສຍຄ່າ ນັບຕັ້ງແຕ່ ວັນທີ 15 – 18 ທີ່ ສວນສາທາລະນະເຈົ້າອານຸວົງ ນະຄອນຫຼວງວຽງຈັນ ແລະ ຈະມີການປະກາດຜົນລາງວັນຊະນະເລີດຮູບເງົາ ທີ່ເຂົ້າຮ່ວມການແຂ່ງຂັນໃນວັນອາທິດທີ 18 ມີນາ 2018 ຕື່ມອີກ.
Editor: ສິງຫາ ເລືອງວັນ