ຄອບຄົວທ່ານ ຂັນຄໍາ ລາດບໍວອນ ປະຊາຊົນບ້ານ ດົງເຫັນ, ເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ ໃຫ້ສຳພາດຕໍ່ທີມຂ່າວເມືອງອາດສະພັງທອງ ໃນວັນທີ 27 ກຸມພາ ນີ້ວ່າ: ຄອບຄົວຂອງທ່ານ ຫຼັງຈາກເກັບກ່ຽວເຂົ້ານາປີແລ້ວ ກໍ່ໄດ້ຫ່າງຫາກະກ່ຽມປູກພືດຜັກ ເພື່ອເປັນການສ້າງລາຍຮັບໃຫ້ແກ່ຄອບຄົວເຊັ່ນ: ປູກສາລີ, ໝາກຖົ່ວ, ພືດຜັກ ແລະ ໝາກເຜັດ ເຊິ່ງໃນລະດູການໜຶ່ງແມ່ນສາມາດສ້າງລາຍຮັບເຂົ້າຄອບຄົວ ຈາກການຂາຍພືດຜັກທີ່ຕົນເອງປູກ ບໍ່ຕໍ່າກວ່າ 5 ລ້ານກວ່າກີບ.
ເຊິ່ງໃນລະດູການນີ້ ແມ່ນໄດ້ປູກໃນເນື້ອທີ 1 ເຮັກຕາ ເຊິ່ງເພີ່ມຂຶ້ນກວ່າປີຜ່ານມາ ຄາດວ່າປີນີ້ຈະສ້າງລາຍຮັບໃຫ້ຄອບຄົວຫຼາຍຂຶ້ນກວ່າເກົ່າ. ໃນນັ້ນ ແນວພັນສາລີທີ່ນໍາມາປູກ ແມ່ນແນວພັນ ຝັກຫວານ ຫຼື ແນວພັນນ້ຳເຜິ້ງ, ສ່ວນໝາກຖົ່ວ ທີ່ນໍາມາປູກນັ້ນ ແມ່ນໝາກຖົ່ວຝັກຍາວ ແລະ ໝາກ
ຖົ່ວໄຮ່.
ທັງນີ້; ກໍ່ເພື່ອເປັນການກ້າວໄປສູ່ການຜະລິດເປັນສິນຄ້າ ເປັນການພັດທະນາເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງຄອບຄົວຕົນ ເຮັດໃຫ້ຄອບຄົວມີລາຍຮັບ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
Editor: ເມືອງອາດສະພັງທອງ