ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍການສະໜັບສະໜູນຈາກພາກສ່ວນທຸລະກິດ ໄດ້ຈັດງານວາງສະແດງສີນຄ້າ ພະລິດຕະພັນລາວ ຫຼື Made in laos 2018 ຂື້ນ ໃຫ້ກຽດກ່າວຈຸດປະສົງ ແລະ ກ່າວເປີດພິທີໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຊິ່ງໃຫ້ຮູ້ວ່າ: ເພື່ອເປັນການ ພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ສົ່ງເສີມ ການພະລິດເປັນສີນຄ້າ ສ້ງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ແລະ ສ້າງກິດຈະກິດໃນປີທ່ອງທ່ຽວລາວ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ຮ່ວມກັບ ກົມສົ່ງເສີມການຄ້າ, ສະມາຄົມ, ກຸ່ມທຸລະກິດ ແລະ ສູນການຄ້າລາວ - ໄອເຕັກ ຈະໄດ້ງານວາງສະແດງ ພະລິດຕະພັນລາວ ຫຼື Made in laos 2018 ຂື້ນ ໃນວັນທີ 14 – 18 ມີນາ 2018 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ເພື່ອແນໃສ່ຍົກລະດັບການພະລິດ ແລະ ການຈໍາໜ່າຍ ພາຍໃນໃຫ້ນັບມື້ນັບຂະຫຍາຍຕົວ, ມີຄຸນນະພາບ, ໄດ້ມາດຕາຖານ ແລະ ກ້າວສູລະດັບສາກົນ.
ພາຍໃນງານ ແມ່ນຈະມີການ ວາງສະແດງ ແລະ ຈໍາໜ່າຍສີນຄ້າເຊັ່ນ: ຫັດຖະກໍາ, ອຸດສາຫະກໍາ, ອັນຍະມະນີ, ເຟີນີເຈີ້, ຕັດຫຍີບ, ການຢາ, ທ່ອງທ່ຽວ ແລະ ກາບໍລິການ ລວມທັງສີນຄ້າໜຶ່ງເມືອງໜຶ່ງພະລິດຕະພັນ ຫຼື ໂອດ໋ອບຂອງລາວ ຫລາຍກວ່າ 250 ຫ້ອງ, ນອກນັ້ນພາຍໃນງານ ຍັງຈະມີການຈັດ ກອງປະຊຸມສາມມະນາ ໃນວັນທີ 14 – 17 ມີນາ 2018 ເຊິ່ງຈະໄດ້ເຊື້ອເຊີນເອົາ ຜູ້ບັນຍາຍທີ່ມີປະສົບການ ທັງພາຍໃນ - ຕ່າງປະເທດ ມາຮ່ວມບັນຍາຍໃນງານດັ່ງກ່າວ ອີກດ້ວຍ.
ໃນພິທີເປັນຕັດແຖບຜ້າເພື່ອເປີດງານຢ່າງເປັນທາງການໂດຍ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ, ທ່ານ ນ.ເຂັ້ມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດວ້ຍບັນດາການນໍາພັກ - ລັດ, ອົງການຈັດຕັ້ງສາກົນ, ແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ຫຼັງຈາກນັ້ນ ທ່ານ ນາຍຍົກ ພ້ອມດ້ວຍຄະນະ ແລະ ບັນດາແຂກ ກໍໄດ້ ທ່ຽວຊົມ ພະລິດຕະພັນ ທີ່ເຂົ້າຮ່ວມວາງສະແດງພາຍໃນງານ.
Editor: ສິງຫາ ເລືອງວັນ