ທ້າຍອາທິດຜ່ານມາ ຄະນະຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳ ໄດ້ຈັດພິທີເປີດຕະຫຼາດ ກະສີກຳອີນຊີຂື້ນທີ່ຕະຫຼາດເກົ່າ ເມືອງຄຳ ແຂວງຊຽງຂວາງຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ບຸນມີ ສົມພັນສຸກ ຄະນະປະຈຳພັກເມືອງຮອງເຈົ້າ ເມືອງ-ເມືອງຄຳ, ມີທ່ານ ທອງດຳ ພົງພິຈິດ ຫົວໜ້າສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມ ແບບຢືນຍົງ ແລະ ທ່ານ ສອນສະຫວັດ ວັນທະລາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ພ້ອມດ້ວແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ວົງຂັນທະລີ ພັນລາຄຳ ຜູ້ປະສານງານໂຄງການຂັ້ນເມືອງ ກໍ່ໄດ້ຂື້ນຜ່ານບົດລາຍ ງານໃຫ້ຮູ້ວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງ ເລກທີ່ 68/ ຈມ.ມຄ ລົງວັນທີ່ 20 ກຸມພາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳການຕະຫຼາດກະສິກຳອີນຊີ ແລະ ອະນຸກຳມະການກວດກາພືດ ພັກອີນຊີ, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຄໍາຮ່ວມກັບ ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ ໄດ້ລົງຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນ ສີນຄ້າ ( COF ) ເຊັ່ນ: ການປູກເຂົ້າ, ປູກພືດລົ້ມລຸກ, ການຜະລິດສະໝູນໄພປ້ອງກັນແມງໄມ້, ການ ຜະລິດຝຸ່ນຊີວະພາບນຳໃຊ້ໄດ້ຈຳນວນ 10 ບ້ານ ທີ່ສະໝັກເຂົ້າຮ່ວມໂຄງການ ເປັນຕົ້ນແມ່ນເຂົ້າຮ່ວມການ ຝຶກອົບຮົມ, ຜະລິດຝຸ່ນພ້ອມທັງສົ່ງເສີມວິຊາການລົງຕິດຕາມການຜະລິດອື່ນໆ ໄດ້ 23 ຄອບຄົວ ເຮັດໃຫ້ຊາວກະຊິກອນຂະໜາດນ້ອຍສາມາດສ້າງລາຍຮັບ ເພື່ມຂື້ນຈາກການຜະລິດກະສິກຳອີນຊີ ແລະ ມີໂອກາດເຂົ້າເຖິງຕະຫຼາດຢ່າງກ້ວາງຂວາງສ້າງໃຫ້ອົງການ ຊາວກະສິກອນອີນຊີມີຄວາມເຂັ້ມແຂງໃນການບໍລິການດ້ານວິຊາການ ແລະ ປະກອບສ່ວນເຂົ້າຕາມແນວ ທາງນະໂຍບາຍຂອງລັດກ່ຽວກັບກະສິກຳອີນຊີໃນລະດັບແຂວງ, ລະດັບຊາດ ພ້ອມດຽວກັນນັ້ນກໍ່ຍັງຈະໄດ້ ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຕື່ມອີກ. ຫຼັງຈາກນັ້ນກໍ່ຍັງໄດ້ມີການມອບໃບຢັ້ງຢືນກຸ່ມຜະລິດກະສິກຳອີນ ຊີໃຫ້ແກ່ກຸ່ມຜະລິດ ໂດຍເປັນກຽດຂື້ນມອບຂອງ ທ່ານ ນາງ ບຸນມີ ສົມພັນສຸກ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ-ເມືອງຄຳ.
ເນື້ອໃນໂອກາດດັ່ງກ່າວທ່ານ ນາງ ບຸນມີ ສົມພັນສຸກ ຄະນະປະຈຳພັກເມືອງຮອງເຈົ້າເມືອງ-ເມືອງຄຳກໍ່ໄດ້ຂື້ນກ່າວເປີດພິທີຢ່າງເປັນທາງການ ພ້ອມນັ້ນກໍ່ຍັງໄດ້ມີການຕັດແຜ່ນຜ້າ, ຊົມການສະແດງສີລະປະ-ວັນນະຄະດີ ແລະ ທ່ຽວຊົມຜະລິດຕະພັນກະສິກຳອີນຊີຕື່ມອີກ.
Editor: ສິງຫາ ເລືອງວັນ