ໃນວັນທີ 26 ກຸມພາ 2018 ນີ້; ທ່ານ ຄໍາແສນ ເຄນວົງສັກ ພ້ອມດ້ວຍຄອບຄົວ, ທ່ານ ນາງ ໃຫ່ຍ ເຈົ້າຂອງຮ້ານ ຂ້າຍເສື້ອຜ້າ ແລະ ທ່ານ ນາງ ສຸພາບ ທອງລັດສະໜີ. ໄດ້ພ້ອມກັນນໍາເອົາ ຊີມັງ ຈໍານວນ 15 ເປົາ ແລະ ເຄື່ອງກິລາ ຈໍານວນ 16 ຊຸດ ເຊິ່ງຄິດເປັນເງິນ ຈໍານວນ1.140.000 ກີບ ນໍາໄປມອບໃຫ້ແກ່ໂຮງຮຽນມັດທະຍົມຕົ້ນ ດົງເຫັນ. ໂດຍການກ່າວຮັບຊີມັງ ແລະ ຊຸດກິລາໂດຍທ່ານ ນາງ ລໍາມະທຸ ກິ່ງອັກສອນ, ຜູ້ອໍານວຍການໂຮງຮຽນ ມັດທະຍົມຕົ້ນ ດົງເຫັນ ພ້ອມດ້ວຍຄະນະ, ໂດຍມີຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.
ທັງນີ້, ກໍ່ເພື່ອເປັນການປະກອບສ່ວນທຶນຮອນເຂົ້າໃນການກໍ່ສ້າງໂຮງຮຽນມັດທະຍົມຕົ້ນດົງເຫັນ ທີ່ຍັງບໍ່ທັນສໍາເລັດ ໃຫ້ສໍາເລັດຮ້ອຍສ່ວນຮ້ອຍ ເພື່ອໄປຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງຄະນະພັກຄັ້ງທີ VII ຂອງເມືອງ ອາດສະພັງທອງ ວາງອອກ ໃຫ້ປະກົດຜົນເປັນຈິ່ງ ແລະ ທັງເປັນການສົ່ງເສີມວຽກງານທາງດ້ານກິລາພາຍໃນໂຮງຮຽນໃຫ້ມີຄວາມເຂັ້ມແຂງ ແລະ ທັງເປັນການແຂ່ງຂັນກັນ ສ້າງຜົນງານປະດັບເອ້ ໃຫ້ແກ່ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນກໍ່ແມ່ນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ທີ່ຈະໝູນວຽນມາຮອດອີກວາລະໜຶ່ງໃນມໍ່ໆນີ້; ໃຫ້ເຕັມໄປດ້ວຍຜົນງານທີ່ຍິ່ງໃຫ່ຍກວ່າຄັ້ງທີ່ຜ່ານມາຕື່ມ.
Editor: ເມືອງອາດສະພັງທອງ