ໃນວັນທີ 26 ກຸມພາ 2018 ທີ່ຜ່ານມາ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເພື່ອເບິ່ງຄວາມທຸກສຸກຂອງເຂດດັ່ງກ່າວ ສຳຄັນແມ່ນເບິ່ງຄວາມເປັນລະບຽບຮຽບຮ້ອຍ ແລະ ຊຸກຍູ້ໃຫ້ກຳລັງໃຈນັກທຸລະກິດ ທີ່ມາລົງທຶນຢູ່ ສປປ ລາວ ໃນໂອກາດດຽວກັນນີ້. ທ່ານກໍໄດ້ຮັບຟັງການລາຍງານຂອງຮອງປະທານສະພາບໍລິຫານເຂດ ກ່ຽວກັບການພັດທະນາ 10 ປີທີ່ຜ່ານມາ.
ທ່ານ ຄໍາສານ ສຸວົງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາ ແລະ ການປ່ຽນແປງຂອງເຂດ ຍັງຊ່ວຍ ເຫຼືອກໍ່ສ້າງເສັ້ນທາງປູຢາງ ແລະ ດອກໄຟເຍືອງທາງໃຫ້ເມືອງຕົ້ນເຜິ້ງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບ້ານອ້ອມຂ້າງນັບມື້ນັບດີຂື້ນກ່ວາເກົ່າ.
ທ່ານກ່າວຕື່ມອີກວ່າ:ພູມສັນຖານຂອງເຂດຢູ່ສາມຫລ່ຽມຄໍາ ພວກສັດຕູ ແລະ ກຸ່ມຄົນບໍ່ຫວັງດີ ມັກມາສ້າງຄວາມວຸ້ນວາຍແກ່ເຂດ ແຕ່ຢູ່ໃນດີນແດນຂອງປະເທດລາວ ການພັດທະນາຂອງເຂດ ແມ່ນອີງໃສ່ກົດໝາຍ ສປປ ລາວ ແລະ ຖືກຕ້ອງຕາມກົດໝາຍ ສປປ ລາວ ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການຄຸ້ມຄອງ ແລະ ການກວດກາຂອງລັດຖະບານ ເຂດສາມຫຼ່ຽມຄໍາ ຈະໄດ້ສືບຕໍ່ການພັດທະນາຢ່າງບໍ່ຢຸດຢ້າງ ແລະ ໝັ້ນຄົງ.
ຫຼັງຈາກໄດ້ຮັບຟັງການລາຍງານແລ້ວ ທ່ານ ຄໍາສານ ສຸວົງ ຍັງໄປເບິ່ງທ່າເຮືອຂົນສົ່ງສາກົນ ດອນຊາວ ແລະ ໂຮງງານບໍາບັດນໍ້າເສຍຂອງເຂດ ນຳອີກ.
Editor: ລາວອັບເດດ