ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດບ້ານພັດທະນາ ໂດຍການເປັນປະທານຂອງທ່ານ ປອ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ພະນັກງານອ້ອມຂ້າງເມືອງ, ນາຍບ້ານ 8 ບ້ານເອກະລາດ, ອໍານາດການປົກຄອງ ທັງ 3 ບ້ານ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ໃນພິທີປະກາດບ້ານພັດທະນາຄັ້ງນີ້ ມີ ບ້ານ ໂນນສະຫວ່າງ, ບ້ານ ທ່າຄຳເຫຼື້ອມ ແລະ ບ້ານ ດົງມົດ ເປັນບ້ານພັດທະນາ ຂອງເມືອງຊົນນະບູລີ ແຂວງສະຫວັນນະເຂດ.
ໃນໂອກາດດັ່ງກ່າວນີ້ ທ່ານ ແອ ສະຫວັນ ນາຍບ້ານໂນນສະຫວ່າງ ຕາງໜ້າໃຫ້ 3 ບ້ານ ຂຶ້ນຜ່ານບົດສະຫຼຸບ ແລະ ທິດທາງວາງແຜນໃນປີຕໍ່ໜ້າ. ໂດຍໃຫ້ຮູ້ວ່າທັງ 3 ບ້ານ ປະກອບມີ 670 ຫຼັງຄາເຮືອນ, ມີ 765 ຄອບຄົວ, ມີພົນລະເມືອງທັງໝົດ 4.141 ຄົນ ຍິງ 2.134 ຄົນ, ໃນນັ້ນ ມີຄອບຄົວພັ້ນທຸກ 765 ຄອບຄົວ ແລະ ຄອບຄົວພັດທະນາແລ້ວ 635 ຄອບຄົວ, ເທົ່າກັບ 83%. ປະຊາຊົນພາຍໃນ 3 ບ້ານ ນັບຖືສາດສະໜາພຸດ ມີຄະນະປົກຄອງບ້ານ ທັງໝົດ 9 ທ່ານ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນການເຮັດນາປູກພືດ ແລະ ຄ້າຂາຍເປັນສຳຮອງ ຜ່ານການເຄື່ອນໄຫວວຽກງານຮອບດ້ານໃນໄລຍະຜ່ານມາອໍານາດການປົກຄອງໄດ້ເອົາໃຈໃສ່ຊີ້ນໍາໆພາເຕົ້າໂຮມຄວາມສາມະຄີ ແລະ ຈັດຕັ້ງຜັນຂະຫຍາຍວຽກງານແຕ່ລະດ້ານຢ່າງລະອຽດ ໂດຍຈັດຕັ້ງປະຕິບັດຕາມ 4 ວຽກໃຫຍ່ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕາມຄໍາສັ່ງແນະນໍາເລກທີ 03/ກມສພ ແລະ ດໍາລັດ 309/ນຍ ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າວຽກງານຫຼາຍດ້ານມີຜົນສໍາເລັດ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາດີຂຶ້ນເລື້ອຍໆ. ຊຶ່ງແຕ່ລະບ້ານໄດ້ຖືກຮັບຮອງເປັນບ້ານແມ່ຍິງ 3 ດີ, ບ້ານຊາວໜຸ່ມ 4 ບຸກ, ບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບດີ, ບ້ານວັດທະນະທໍາ, ບ້ານສາທາລະນະສຸກ. ເຊິ່ງມາຮອດປະຈຸບັນທັງ 3 ບ້ານໄດ້ຖືກຮັບຮອງເປັນບ້ານປອດຄະດີ ແລະ ປະກາດສ້າງເປັນບ້ານປອດຢາເສບຕິດ.
ນອກນັ້ນ ອໍານາດການປົກຄອງກໍ່ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົເອົາໃຈໃສ່ການຜະລິດເພື່ອກາຍເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ເຊິ່ງກໍ່ມີຄອບຄົວຕົວແບບໃນການຜະລິດມີ 17 ຄອບຄົວ, ສາມາດສ້າງລາຍຮັບ 10-20 ລ້ານກີບ/ ປີ. ໃນທ້າຍຂອງພິທີກໍ່ໄດ້ມີການມອບໃບຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ແລະ ຄອບຄົວຕົວແບບ ໃນຂະບວນການສ້າງພັດທະນາ ແລະ ໃບຢັ້ງຢືນໃຫ້ແກ່ຄອບຄົວທີ່ປະຕິບັດໄດ້ 5 ມາດຖານຂອງຄອບຄົວປ້ອງກັນຊາດ.
Editor: ເມືອງຊົນນະບູລີ