ພິທີມອບ-ຮັບ ໂຄງການກໍ່ສ້າງຫ້ອງການພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ທ່າພະບາດ, ແຂວງ ບໍລິຄໍາໄຊ ໄດ້ຈັດຂື້ນໃນວັນທີ 23 ກຸມພາ 2018 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງ ທ່າພະບາດ (ຫຼັງໃຫມ່) ກ່າວມອບໂດຍ ທ່ານ ປຸ້ຍ ພິມມະສອນ ອໍານວຍການບໍລິສັດ ວິລະໄຊ ກໍ່ສ້າງຄົບວົງຈອນ ແລະ ກ່າວຮັບ ທ່ານ ພັນໂທ ຄໍາຜັນ ບຸນມີໄຊ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງ ທ່າພະບາດ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສົງ ເພັດຈະເລີນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ທ່າພະບາດ, ທ່ານ ພັນໂທ ຄໍາໃບ ສຸວັນນະໂຄດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີບັນດາການນໍາຂັ້ນແຂວງ, ຂັ້ນເມືອງ, ບັນດານັກທຸລະກິດ, ພະແນກການອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນກຳລັງ ປກສ ເມືືອງ ເຂົ້າຮ່ວມ.
ທ່ານ ປຸ້ຍ ພິມມະສອນ ອໍານວຍການບໍລິສັດ ວິລະໄຊ ກໍ່ສ້າງຄົບວົງຈອນ ໄດ້ໃຫ້ຮູ້ວ່າ: ອີງຕາມການສະເໜີຂອງບໍລິສັດ ວິລະໄຊ ກໍ່ສ້າງຄົບວົງຈອນ ພ້ອມດ້ວຍຄະນະນັກທຸລະກິດໝຸ່ມເມືອງ ທ່າພະບາດ ມີຄວາມຕັ້ງໃຈໃນການທີ່ຈະເຂົ້າມາພັດທະນາ ແລະ ສໍາປະທານຕະຫຼາດບ້ານປ່າໄລ່ ເມືອງ ທ່າພະບາດ, ແຂວງ ບໍລິຄໍາໄຊ ໃຫ້ເປັນເຂດເສດຖະກິດ ເຊິ່ງຈະຍົກສູງທາງດ້ານພື້ນຖານໂຄງລ່າງພາຍໃນເມືອງ ແລະ ເຮັດໃຫ້ຂອບເຂດດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ ຕາມການຕົກລົງເຫັນດີຈາກຄະນະກໍາມະການຂັ້ນເມືອງ, ກອງບັນຊາການ ປກສ ເມືອງ, ດັ່ງນັ້ນທາງ ບໍລິສັດຈຶ່ງໄດ້ກໍ່ສ້າງອາຄານຫຼັງໃໝ່ ເພື່ອເປັນການທົດແທນອາຄານຫ້ອງການພະແນກຕໍາຫຼວດຫຼັງເກົ່າຂື້ນ, ໂຄງການກໍ່ສ້າງອາຄານດັ່ງກ່າວ ໄດ້ຮັບການກໍ່ສ້າງເລີ່ມແຕ່ວັນທີ 15 ພະຈິກ 2017 ແລະ ສໍາເລັດໃນວັນທີ 20 ກຸມພາ 2018 ປະກອບມີອາຄານຫ້ອງການພະແນກຕໍາຫຼວດ, ອາຄານຫ້ອງຍາມ, ຫ້ອງຄຸມຂັງ ພ້ອມກໍາແພງອ້ອມຮອບຄ້າຍຄຸມຂັງ, ຕົວອາຄານ ທັງ 03 ຫຼັງ ເປັນອາຄານຊັ້ນດຽວ, ຫຼັງຄາມຸງດ້ວຍກະເບື້ອງ, ກໍ່ດ້ວຍດິນຈີ່ ລວມມູນຄ່າ 749.500.000 ກີບ, ໂອກາດດຽວກັນທັງສອງຝ່າຍກໍ່ໄດ້ລົງນາມເຊັນບົດບັນທຶກຮ່ວມກັນເພື່ອເປັນຫຼັກຖານໃນການມອບ-ຮັບໂຄງການໃນຄັ້ງນີ້ເພື່ອເປັນບ່ອນອີງໃນຂັ້ນຕໍ່ໄປ.
ທ່ານ ບຸນສົງ ເພັດຈະເລີນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ທ່າພະບາດ ໄດ້ກ່າວວ່າ: ການກໍ່ສ້າງ ຫ້ອງການພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ທ່າພະບາດ ໃນຄັ້ງນີ້ ແມ່ນມີຄວາມຈໍາເປັນສູງສຸດ ຕໍ່ກັບການພັດທະນາພື້ນຖານໂຄງລ່າງຂອງເມືອງ ກໍ່ຄືການເຂົ້າມາພັດທະນາ ແລະ ສໍາປະທານຕະຫຼາດບ້ານປ່າໄລ່ ພ້ອມທັງການກໍ່ສ້າງອາຄານຫ້ອງການພະແນກຕ່າງໆຂອງກອງບັນຊາການ ປກສ ເມືອງ ທ່າພະບາດ ໃຫ້ ແໜ້ນໜາຖາວອນ ທົດແທນຫ້ອງການຫຼັງເກົ່າ ເຊິ່ງຈະເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງພະນັກງານມີຄຸນນະພາບທີ່ດີ ແລະ ສະດວກສະບາຍດີຂື້ນກວ່າເກົ່າ.
Editor: ປກສ ແຂວງບໍລິຄຳໄຊ