ປີ 2018 ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ວາງແຜນພັດທະນາ 3 ແຜນງານຈຸດສຸມ ຄື: ແຜນງານເຊື່ອມໂຍງ ເສດຖະກິດກັບພາກພື້ນ ແລະ ສາກົນ, ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແກ່ການສ້າງຕັ້ງ ແລະ ດຳເນີນທຸລະກິດຕາມພາລະບົດບາດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການສ້າງ ໃຫ້ວິສາຫະກິດພາຍໃນ ໂດຍສະເພາະຂະໜາດນ້ອຍ ແລະ ກາງ ມີຄວາມສາມາດຮັບມືກັບສະພາບການແຂ່ງຂັນ ທີ່ເພີ່ມຂຶ້ນ ແລະ ເຂົ້າຮ່ວມໃນຕ່ອງໂສ້ ການສະໜອງສິນຄ້າຂອງພາກພື້ນ ແລະ ລະບົບການຄ້າສາກົນ. ພ້ອມທັງພິຈາລະນາເນື້ອໃນຕົ້ນຕໍ ຂອງບາງວຽກງານພົ້ນເດັ່ນປະຈຳປີ ຂອງກະຊວງດັ່ງກ່າວ, ໂດຍສະເພາະ ວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ວຽກງານການ ພັດທະນາອຸດສາຫະກຳ ແລະ ຫັດຖະກຳ ແລະ ອື່ນໆ.
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານ ເມື່ອທ້າຍອາທິດທີ່ຜ່ານມານິ້ວ່າ: ປີ 2017 ຖືວ່າເປັນປີທີ່ຂະແໜງ ອຸດສາຫະກໍາ ແລະ ການຄ້າ ມີການຂະຫຍາຍຕົວເພີ່ມຂຶ້ນເລັກນ້ອຍ, ໂດຍສະເພາະແມ່ນ ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ເຊັ່ນ: ອຸດສາຫະກໍາເຫລັກເສັ້ນ, ອຸດສາຫະກໍາຜະລິດ ສະບຽງອາຫານ, ອຸດສາຫະກໍາຜະລິດເຄື່ອງດື່ມ, ອຸດສາຫະກໍາຜະລິດຢາສູບ ແລະ ອຸດສາຫະກໍາອື່ນໆ ຕາມລໍາດັບ, ເຊິ່ງລວມມີມູນຄ່າ 8,942 ຕື້ກີບ ທຽບໃສ່ປີ 2016 ເພີ່ມຂຶ້ນ 4,15%. ການຈໍລະຈອນ ສິນຄ້າພາຍໃນ ເຊັ່ນ: ແຜນແພ, ເຄື່ອງນຸ່ງຫົ່ມ, ກະເປົາ,ເກີບ, ເຄື່ອງກິລາ ແລະ ອຸປະກອນກິລາ, ເຄື່ອງກໍ່ສ້າງ, ເຄື່ອງສິນຄ້າກອງບຸນ, ສະບຽງອາຫານ ແລະ ເຄື່ອງດື່ມ ແລະ ອື່ນໆ ລວມມູນຄ່າ 51,687 ຕື້ກີບ ທຽບໃສ່ ປີ 2016 ເພີ່ມຂຶ້ນ 15,10%. ການຄ້າສາກົນຈະບັນລຸໄດ້ 9,345 ລ້ານໂດລາສະຫະລັດ (ຕົວເລກຄາດຄະເນ) ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2016 ແລະ ເກີນດຸນການຄ້າ ປະມານ 261 ລ້ານໂດລາສະຫະລັດ. ເນື່ອງຈາກວ່າ ການສົ່ງອອກມີການຂະຫຍາຍຕົວເພີ່ມຂຶ້ນ 13,4% ຫລື 4,803 ລ້ານໂດລາ ສະຫະລັດ ແລະ ການນໍາເຂົ້າ ມີການຂະຫຍາຍຕົວເລັກນ້ອຍ 7,6% ຫລື 4,542 ລ້ານໂດລາສະຫະລັດ.
ໝວດສິນຄ້າສົ່ງອອກຫລັກ ຂອງ ສປປ ລາວ ແມ່ນໄຟຟ້າ, ຄໍາແທ່ງ, ສິນຄ້າອຸດສາຫະກໍາ ກ້ອງບັນທຶກພາບ, ເຄື່ອງນຸ່ງຫົ່ມ, ນໍ້າຕານຊາຍ, ມັນຕົ້ນ, ກາເຟ (ບໍ່ທັນປຸງແຕ່ງ), ຢາງພາລາ ແລະ ສາລີ. ປະເທດທີ່ນໍາເຂົ້າ ຫລັກມີ: ໄທ, ຈີນ ແລະ ສສ ຫວຽດນາມ. ນອກນັ້ນ, ຍັງມີປະເທດຄູ່ຄ້າທີ່ສໍາຄັນ ເຊັ່ນ: ອິນເດຍ, ຍີ່ປຸ່ນ, ເຢຍລະມັນ ແລະ ສະຫະລັດອາເມລິກາ. ໜວດສິນຄ້າ ທີ່ນໍາເຂົ້າຫລັກ ຄື: ນໍ້າມັນເຊື້ອໄຟ, ນໍ້າມັນກາດ, ເຫລັກ, ອຸປະກອນ ທີ່ເຮັດດ້ວຍເຫລັກ, ອຸປະກອນກົນຈັກ, ເຄື່ອງໃຊ້ໄຟຟ້າ, ຊີ້ນສ່ວນອາໄຫລ່. ປະເທດທີ່ ສປປ ລາວ ນໍາເຂົ້າຍັງແມ່ນບັນດາປະເທດ ທີ່ມີຊາຍແດນຕິດຈອດກັບ ສປປ ລາວ ເຊັ່ນ: ໄທ, ຈີນ, ແລະ ສສ ຫວຽດນາມ.
Editor: ຂ່າວສານປະເທດລາວ