ໃນວັນທີ 26 ກຸມພາ 2018 ຜ່ານມາ ຄະນະພັກ ຄະນະນຳ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານນາດີ, ເມືອງຊະນະຄາມ, ແຂວງວຽງຈັນ ເຊີ່ງນຳພາໂດຍທ່ານ ແກ້ວ ພິມມະວົງ, ຫົວໜ້າຫ້ອງວ່າການປົກຄອງເມືອງຊະນະຄາມ ພ້ອມດວ້ຍຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ແລະ ພໍ່ແມ່ປະຊາຊົນພາຍໃນບ້ານນາດີ ໄດ້ມາຢ້ຽມຢາມທັດສະນະສືກສາ ແລະ ຖອດຖອນບົດຮຽນການປູກໄມ້ວິກ ຢູ່ສວນເບ້ຍໄມ້ວິກ ແລະ ໂຮງງານປຸງແຕ່ງໄມ້ ທີ່ຕັ້ງຢູ່ບ້ານແສນອຸດົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊີ່ງເປັນຂອງບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ
ໂອກາດດັ່ງກ່າວທ່ານ ນາງສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ບໍລິສັດ ບົວລະພາກະສິກຳ-ປ່າໄມ້ ຈຳກັດ ແມ່ນບໍລິສັດຮວ່ມຫຸ້ນ ລະຫ່ວາງ ຄົນລາວກັບຄົນປະເທດ ສະວີເດັນ ແລະ ເປັນບໍລິສັດດຽວໃນປະເທດລາວ ທີ່ສາມາດສົ່ງໄມ້ເຂົ້າໃນຕະຫຼາດເອີລົບ, ເຊີ່ງບໍລິສັດແມ່ນໄດ້ສ້າງຕັ້ງ ແລະ ດຳເນີນທຸລະກິດ ມາແຕ່ປີ 1990 ບໍລິສັດແມ່ນດຳເນີນທຸລະກິດໃນການປູກໄມ້ວິກ, ໄມ້ກະຖິນນາລົງ ແລະໄມ້ສັກ ໂດຍປະຊາຊົນມີສວ່ນຮວ່ມ ເພື່ອປ້ອນເຂົ້າໂຮງງານຜະລິດເຟີນີເຈີຄົບວົງຈອນ ເພື່ອສົ່ງອອກຂາຍຕ່າງປະເທດ, ສ່ວນເບ້ຍໄມ້ທີ່ນໍາມາປູກທາງບໍລິສັດແມ່ນກ້າເອງ, ນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນບໍລິສັດບົວລະພາ ໄດ້ເອົາໃຈໃສ່ສົ່ງເສີມການປູກໄມ້ໂດຍມີສວ່ນຮວ່ມກັບປະຊາຊົນ, ເຊີ່ງໄລຍະຜ່ານມາສາມາດແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ທີ່ມີສວ່ນຮວ່ມໂດຍຕະຫຼອດ, ມາຮອດປັດຈຸບັນບໍລິສັດມີເນື້ອທີ່ປູກໄມ້ຂອງບໍລິສັດ ແລະ ມີສວ່ນຮວ່ມກັບປະຊາຊົນ 3 ພັນກວ່າເຮັກ, ໃນ 3 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ ແລະ ແຂວງວຽງຈັນ, ເຖີງວ່າບໍລິສັດຈະມີເນື້ອທີ່ປູກໄມ້ກໍ່ຕາມ ແຕ່ຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ສະນັ້ນ ບໍລິສັດຈຶ່ງໄດ້ຂະຫຍາຍເນື້ອທີ່ໃນການປູກໂດຍປະຊາຊົນມີສວ່ນຮວ່ມ ຢູ່ ເມືອງຊະນະຄາມ ແລະ ຄາດວ່າພາຍຫຼັງທີ່ຄະນະພັກ ຄະນະນຳເມືອງ ແລະ ອຳນາດການປົກຄອງບ້ານນາດີ ລົງມາຢ້ຽມຢາມ ແລະ ສືກສາກ່ຽວກັບການປູກແລ້ວ, ຄາດວ່າຈະລົງມືປູກໃນປີ 2018 ໃນເນື້ອທີ ປະມານ 200 ກວ່າເຮັກຕ້າ ແລະ ຖ້າຫາກວ່າໂຄງການປູກໄມ້ວິກຂອງບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ເຂົ້າເຖີງເມືອງດັ່ງກ່າວ ຈະເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງຊະນະຄາມ, ແຂວງວຽງຈັນ ມີວຽກເຮັດງານທຳ ແລະ ມີລາຍໄດ້ເຮັດໃຫ້ຄອບຄົວຂອງປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ.
ມີສຽງສຳພາດ ທ່ານ ແກ້ວ ພິມມະວົງ ຫົວໜ້າຫ້ອງວ່າການປົກຄອງເມືອງ ຊະນະຄາມ, ແຂວງວຽງຈັນ
Editor: ຕະວັນ ແສງສະຫວັນ