ໃນທ້າຍອາທິດທີ່ຜ່ານມານີ້ ຢູ່ອະນຸສອນສະຖານປະທານໄກສອນ ພົມວິຫານ, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຮ່ວມກັບ ຄະນະຊາວໜຸ່ມເມືອງໄກສອນ ພົມວິຫານ, ໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ບຸນເຍື້ອນ ທິດພຸດທະວົງ, ປະທານກວດກາພັກ-ລັດແຂວງສະຫວັນນະເຂດ, ສະຫາຍ ອຸດອນ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ, ສະຫາຍ ກຸນາ ເຫຼື່ອມເທພາ ຄະນະປະຈໍາພັກເມືອງໄກສອນ ພົມວິຫານ, ຜູ້ຊິ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ສະຫາຍ ນາງ ດວງຈັນ ແສນວິເສດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງໄກສອນ ພົມວິຫານ, ພ້ອມຄະນະພັກອົງ ການຈັດຕັ້ງມະຫາຊົນຂັ້ນແຂວງ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ພິທີຮັບສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຄັ້ງນີ້ ແມ່ນເພື່ຶອຕ້ອນຮັບວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ ວັນທີ (14 ເມສາ 1955-14 ເມສາ 2018) ແລະ ເພື່ອຕ້ອນຮັບພິທີປະກາດແຂວງສະຫວັນນະເຂດເປັນແຂວງຕົວແບບ 4 ບຸກຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ. ໃນໂອກາດດັ່ງກ່າວນີ້ ສະຫາຍ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈໍາພັກແຂວງ ຍັງໄດ້ເນັ້ນໜັກໃຫ້ນ້ອງໆນັກຮຽນຈົ່ງເອົາໃຈໃສ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ເປັນຜູ້ທີ່ດີເດັ່ນ, ຫ້າວຫັນ, ຈົ່ງເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ຮຽນເກັ່ງ, ຮຽນດີ, ເປັນນັກຮຽນດີຂອງໂຮງຮຽນ, ເປັນລູກທີ່ດີຂອງພໍ່ແມ່, ຈື່ຈຳຄຳສອນຂອງຄູ-ອາຈານ ແລະ ຄຳສອນຂອງປະທານໄກສອນ ພົມວິຫານ “ຊາວໜຸ່ມຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝ ຂອງພວກເຮົາ” ເປັນຜູ້ສືບທອດທີ່ດີຂອງປະເທດຊາດ.
Editor: ແຂວງສະຫວັນນະເຂດ