ຕາມການລາຍງານຂອງຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາສາລະວັນ ໄດ້ໃຫ້ຮູ້ວ່າ: ໃນປີ 2017 ຜ່ານມາ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ໄດ້ຂະຫຍາຍຕາຂ່າຍ 22kv, 0,4 kv ແລະ ຕິດຕັ້ງໝໍ້ແປງເຂົ້າແຫລ່ງທ່ອງທ່ຽວ ອຸທະຍານພູຜາສຸກ ໃນມູນຄ່າທັງໝົດ 1,4 ຕື້ກວ່າກີບ, ຕິດຕັ້ງໄຟຟ້າ ເຂົ້າຄ້າຍທະຫານລຽບຕາມແຄມຊາຍແດນ ລາວ-ໄທ 5 ຄ້າຍເຂດເມືອງຄົງເຊໂດນ ແລະ ເມືອງລະຄອນເພັງມູນຄ່າ 19 ລ້ານກວ່າກີບ, ພ້ອມນີ້ ກໍ່ໄດ້ມອບພັນທະອາກອນ ໃຫ້ແຂວງທັງໝົດ 6 ຕື້ກວ່າກີບ, ໃນນັ້ນອາກອນທຸລະກິດ 6.015 ລ້ານກວ່າກີບ ແລະ ອາກອນເງິນເດືອນ 347 ລ້ານກວ່າກີບ. ໄປພ້ອມໆກັນນີ້, ຍັງໄດ້ເອົາໃຈໃສ່ສືບຕໍ່ປະຕິບັດໂຄງການກໍ່ສ້າງຕາຂ່າຍ 22 KV; 0,4KV ແລະ ຕິດຕັ້ງໝໍ້ແປງຢູ່ 2 ເມືອງພູດອຍຄື: ເມືອງສະໝ້ວຍ ແລະ ເມືອງຕະໂອ້ຍ ທີ່ນອນໃນແຜນການລົງທຶນຂອງລັດຖະບານ ແມ່ນມີຄວາມຄືບໜ້າ ແລະ ດຳເນີນໄປດ້ວຍດີຄາດຄະເນຖ້າສຳເລັດ ໃນປີ 2018, ບ້ານໃນທົ່ວແຂວງຈະໄດ້ຊົມໃຊ້ໄຟຟ້າ 100%.
Editor: ແຂວງສາລະວັນ