ທ້າຍອາທິດຜ່ານມາ ຄະນະພັກ-ຄະນະນຳເມືອງຫມື່ນ, ແຂວງວຽງຈັນ ແລະ ອຳນາດການປົກຄອງບ້ານນໍ້າແທດ ເມືອງຫມື່ນ ແລະ ບ້ານປາກຫາງ, ເມືອງເຟືອງ ແຂວງວຽງຈັນ ເຊີ່ງນຳໂດຍທ່ານ ພອນເທີດ ສຸຫວັດດີ ຮອງເຈົ້າເມືອງ ເມືອງໜື່ນ, ແຂວງວຽງຈັນ ພ້ອມດວ້ຍຕ່າງໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ອໍານາດການປົກຄອງບ້ານ ລົງຢ້ຽມຢາມທັດສະນະສືກສາ ການປູກເບ້ຍໄມ້ວິກ, ໄມ້ກະຖິ່ນນາລົງ ແລະ ໄມ້ສັກ ຢູ່ສວນປູກ ແລະ ໂຮງງານປຸງແຕ່ງໄມ້ ຂອງບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ທີ່ຕັ້ງຢູ່ບ້ານ ແສນອຸດົມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຄະນະດັ່ງກ່າວໂດຍທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ, ຮອງອຳນວຍການ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ພ້ອມດວ້ຍວິຊາການຂອງບໍລິສັດໃຫ້ການຕ້ອນຮັບ
ທ່ານ ນາງສຸໄພວັນ ທ່ຽງຈັນໄຊ, ຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ໄດ້ລາຍງານຄວາມເປັນມາໂດຍຫຍໍ້ຂອງບໍລິສັດ ໃຫ້ບັນດາທ່ານຄະນະພັກ ຄະນະນຳເມືອງຫມື່ນ ແລະ ອຳນາດການປົກຄອງທັງສອງບ້ານ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຊີ່ງຜ່ານມາບໍລິສັດແມ່ນໄດ້ດຳເນີນທຸລະກິດ ໃນການສົ່ງເສີມປະຊາຊົນປູກຕົ້ນໄມ້ວິກ,ໄມ້ກະຖິນນາລົງ ໂດຍມີສວນຮວ່ມ ເພື່ອພັດທະນາປ່າປູກແບບກະສິກໍາ-ປ່າໄມ້ ເຮັດໃຫ້ປະຊາຊົນທີ່ເຂົ້າຮ່ວມໂຄງການມີລາຍຮັບເພີ່ມຂຶ້ນ. ເຊິ່ງປັດຈຸບັນ ບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ ມີສວນປູກປ່າ 3.000 ກວ່າເຮັກຕາຢູ່ 3 ແຂວງຄື ນະຄອນຫຼວງວຽງຈັນ (ເມືອງໄຊທານີ ແລະ ສັງທອງ) ແຂວງວຽງຈັນ (ເມືອງໂພນໂຮງ, ເມືອງຫີນເຫີບ ແລະ ເມືອງແກ້ວອຸດົມ) ແຂວງໄຊະບູລີ (ເມືອງປາກລາຍ), ໄມ້ປູກສ່ວນໃຫຍ່ແມ່ນໄມ້ວິກ ແລະ ກະຖິນນະລົງ ການປູກປ່າມີທັງແບບສໍາປະທານດິນລັດ ດິນສ່ວນລວມຂອງບ້ານ ແລະ ແບບປະຊາຊົນມີສ່ວນຮ່ວມ ເຊິ່ງຖືເປັນຄວາມພາກພູມໃຈໃນຖານະພົນລະເມືອງລາວ ທີ່ເປັນຜູ້ປະສານງານກັບນັກທຸລະກິດຕ່າງປະເທດ ໃນການດໍາເນີນທຸລະກິດກ່ຽວກັບໄມ້ທີ່ໄດ້ຈາກປ່າປູກ ແລ້ວສະໜອງເຂົ້າໂຮງງານຜະລິດເຟີນິເຈີ ຢູ່ບ້ານ ແສນອຸດົມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ທີ່ສົ່ງອອກໄປຫຼາຍປະເທດເຊັ່ນ: ເມົາດິບ, ທະວີບເອີລົບ ທີ່ເປັນລູກຄ້າລາຍໃຫຍ່ ຮອງລົງມາແມ່ນ ອາເມຣິກາ, ສ.ເກົາຫລີ ແລະ ອື່ນໆ ອັນໄດ້ສ້າງວຽກເຮັດງານທໍາໃຫ້ແຮງງານລາວຫຼາຍຮ້ອຍຄົນ ແລະ ທາງບໍລິສັດມີແຜນຈະຂະຫຍາຍເນື້ອທີ່ປູກ ໂດຍປະຊາຊົນມີສວ່ນຮວ່ມ ຢູ່ເມືອງຫມືນ ແລະ ເມືອງເຟືອງ ແຂວງວຽງຈັນ ເພື່ອແນ່ໃສ່ເຮັດໃຫ້ປະຊາຊົນພາຍໃນສອງເມືອງ ມີວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ແກ່ຄອບຄົວ ເຮັດໃຫ້ປະຊາຊົນພາຍໃນສອງເມືອງ ມີຊີວິດທີ່ດີຂື້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທືອລະກ້າວ,
ມີສຽງສຳພາດທ່ານ ພອນເທີດ ສຸຫວັດດີ ຮອງເຈົ້າເມືອງ ເມືອງຫມື່ນ ແຂວງວຽງຈັນ ມາໃຫ້ຮູ້ຂໍ້ມູນບາງດ້ານ ອັນເປັນທ່າແຮງ ທີ່ຈະເຂົ້າຮ່ວມໂຄງການປູກໄມ້ແບບມີສ່ວນຮ່ວມກັບ ບໍລິສັດ ບົວລະພາ ກະສິກຳ ແລະ ປ່າໄມ້ ຈຳກັດ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ