ໃນເມື່ອບໍ່ດົນນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນໍເບີດ ຫົວໜ້າປະສານງານອົງການສຸພະນິມິດສາກົນປະຈໍາອາຊີ ພ້ອມດ້ວຍຄະນະຢູ່ຫ້ອງວ່າການປົກຄອງເມືອງພູຄູນ.
ຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອຕິດຕາມຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງໂຄງການພັດທະນາເຂດຈຸດສຸມເມືອງພູຄູນ ແຕ່ປີ 2006-2017 ໃນໂອກາດດັ່ງກ່າວ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດກິດຈະກຳຂອງອົງການສຸພະນິມິດ ປະຈຳ ເມືອງພູຄູນ ໃນໄລຍະ 12 ປີຜ່ານມາ ທ່ານໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດ 3 ວຽກງານໃຫ່ຍທີ່ສຳຄັນຄື: ວຽກງານສາທາລະນະສຸກ, ວຽກງານສຶກສາ, ວຽກງານກະສິກຳ ແລະ ກອງທຶນພັດທະນາບ້ານ ປະຕິບັດໄດ້ທັງໝົດ 30 ກິດຈະກຳໃຫຍ່ ແລະ 627 ກິດຈະກຳຍ່ອຍ ພ້ອມດຽວກັນນີ້ ຍັງຈະໄດ້ສືບຕໍ່ປະຕິບັດກິດຈະກຳວຽກງານໃນ 10 ບ້ານເປົ້າໝາຍຂອງເມືອງ. ທັງນີ້ເພື່ອເປັນການສ້າງເງື່ອນໄຂໃຫ້ເດັກເຂົ້າເຖິງດ້ານການບໍລິການສຶກສາ, ສຸຂະສຶກສາ ພ້ອມທັງຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ.
Editor: ເມືອງພູຄູນ