ໃນລະຫວ່າງວັນທີ 19-21 ກຸມພາ ຜ່ານມານີ້ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງ ສະຫວັນະເຂດ ໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງຈຳພອນ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງຊຸດທີ I ເຊິ່ງນໍາໂດຍທ່ານ ປອ ບຸນຂວາງ ຄຳບຸນເຮືອງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແລະ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ, ໂດຍໃຫ້ກຽດຕ້ອນຮັບຂອງຄະນະນໍາຂັ້ນເມືອງຢ່າງອົບອຸ່ນ.
ການລົງເຄື່ອນໄຫວວຽກງານຢູ່ເມືອງຈໍາພອນຄັ້ງນີ້ ແມ່ນໄດ້ລົງພົບປະພໍ່ແມ່ປະຊາຊົນຜູ້ທີ່ມີສິດເລືອກຕັ້ງຢູ່ໃນບັນດາບ້ານທີ່ຂຶ້ນກັບເມືອງຈຳພອນ ຄື: ບ້ານໂພນມ່ວງ, ບ້ານສີບຸນເຮືອງ, ບ້ານທວດ, ບ້ານຄໍາປາແໜ ແລະ ຢູ່ສຳນັກງານປົກຄອງເມືອງ ເພື່ອເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ໄດ້ຮັບຟັງຜົນສໍາເລັດຂອງກອງປະຊຸມ ໂດຍກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ເຊິ່ງໄດ້ຈັດຂຶ້ນໃນທ້າຍເດືອນທັນວາ ປີ 2017 ທີ່ຜ່ານມາໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລິຈິດ ປະທານປະເທດແຫ່ງ ສປປ ລາວ, ມີບັັນດາຮອງປະທານ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມທັງໝົດ 148 ທ່ານ, ກອງປະຊຸມໄດ້ຮັບຟັງຜົນການເຄື່ອນໄຫວຂອງລັດຖະບານ ເຊິ່ງສະເໜີໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຟັງການລາຍງານຂົງເຂດໄອຍະການ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໃນຂົງເຂດວຽກງານການປະຕິບັດຄຳຕັດສິນຂອງສານ, ຟັງການລາຍງານການຈັດຕັ້ງປະຕິບັດການເຄື່ອນ ໄຫວຂອງສະພາແຫ່ງຊາດ ແລະ ການຮັບຮອງເອົາມະຕິສຳຄັນທີ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.
Editor: ເມືອງຈຳພອນ