ໃນວັນທີ 21 ກຸມພາ ຜ່ານມານີ້ ຢູ່ທີ່ສະໂມສອນເມືອງສອງຄອນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ສະຫະພັນແມ່ຍິງເມືອງ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ໂດຍການເປັນປະທານຂອງທ່ານ ນາງ ບຸນຄ້ຳ ວົງດາລາ ປະທານແນວລາວສ້າງຊາດເມືອງ, ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ທ່ານ ນາງ ຄູນມີ ສິດທິວົງ ປະທານສະຫະພັນແມ່ຍິງເມືອງ, ທັງເປັນປະທານກຸ່ມທີ 6 ບ້ານແກ້ງໂດນ, ທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນແມ່ຍິງແຂວງ, ມີບັນດາແມ່ຍິງ
ໜວ່ຍ, ຮາກຖານ ແລະ ຫ້ອງການອ້ອມຂ້າງ, ຫົວໜ້າແມ່ຍິງບ້ານພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເຊິ່ງຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານສະຫະພັນແມ່ຍິງເມືອງ ໃນສົກປີ 2017 ທີ່ຜ່ານມາ ຄະນະສະຫະພັນແມ່ຍິງ ໄດ້ປະສານສົມທົບກັບອົງການປົກຄອງບ້ານເອົາ ໃຈໃສ່ໃນການສຶກສາອົບຮົມດ້ານການເມືອງແນວຄິດໃຫ້ຖັນແຖວສະມາຊິກສະ ຫະພັນແມ່ຍິງ, ເອື້ອຍນ້ອງແມ່ ຍິງບັນດາເຜົ່າ, ບັນດາຊັ້ນຄົນໃນທົ່ວເມືອງດ້ວຍຫຼາຍວິທີການທີ່ສອດຄ່ອງກັບກຸ່ມເປົ້າໝາຍ ແລະ ສຸມໃສ່ປັບປຸງຄຸນທາດການເມືອງເປັນຕົ້ນ ເພື່ອເປັນການຍົກໃຫ້ເຫັນຜົນງານ, ການເຄື່ອນໄຫວວຽກງານຕ່າງໆ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການປີ 2018 ສຶບຕໍ່ເອົາໃຈ ໃສ່ປັບປຸງແບບແຜນວິທີການເຮັດວຽກ ໃຫ້ສອດຄ່ອງຕາມຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ແລະສຶບຕໍ່ເອົາໃຈໃສ່ອົບຮົມການເມືອງແນວຄິດໃຫ້ສາມະຊິກສະຫະພັນແມ່ ຍິງ ແລະ ເອື້ອຍນ້ອງແມ່ຍິງໃຫ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຮັກສາມູນເຊື້ອ, ວັດທະ ນະທຳ, ຮັກກຽດສັກສີຂອງແມ່ຍິງລາວ. ໃນຕອນທ້າຍ ການນຳຂັ້ນແຂວງ, ຂັ້ນເມືອງ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ແລະ ນໍາພາຄົ້ນຄວ້າ, ປະ ກອບຄຳຄິດຄຳເຫັນ ແລະ ທິດຊີ້ນຳເພື່ອເປັນແນວທາງໃນການປະຕິ ບັດໜ້າທີ່ວຽກງານໃຫ້ດີຂຶ້ນເທື່ອລະກ້າວ.
Editor: ເມືອງສອງຄອນ