ໃນວັນທີ 12-14 ກຸມພາ 2018 ຜ່ານມາ ທີ່ໂຮງຮຽນ ມສ ວຽງທອງ ແລະ ໂຮງຮຽນ ມສ ຈອມທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີ ເປີດການຮຽນ-ການສອນວິຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ນ້ອງນັກຮຽນຊັ້ນ ມໍ 7 ຂື້ນ ໂດຍການເຂົ້າຮ່ວມ ແລະ ກ່າວເປີດບັນຝືກອົບຮົມຂອງ ທ່ານ ອາລຸນສັກ ປະທຳມະວົງ ຄະນະປະ ຈຳ ພັກເມືອງ-ຮອງເຈົ້າເມືອງວຽງທອງ, ທ່ານ ອາຈານ ປະນົມໄພ ຈັນທະວົງ ຄະນະຫ້ອງການສືກສາທິການ - ກິລາເມືອງ, ມີບັນດາຜູ້ອໍານວຍການໂຮງຮຽນ ມສ ວຽງທອງ, ມສ ຈອມທອງ, ຄູຝືກ, ຄູ, ອາຈານ ແລະ ນ້ອງນັກຮຽນຊັ້ນ ມ 7 ເຂົ້າຮ່ວມ.
ໃນພິທີ ທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈໍາພັກເມືອງ-ຮອງເຈົ້າເມືອງ ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວເປີດພິທີບັ້ນຝືກອົບຮົມການຮຽນ-ການສອນ ວິຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ນ້ອງນັກຮຽນຢ່າງເປັນທາງການ ເຊີ່ງໃນການຝືກອົບຮົມຄັ້ງນີ້ ມີນັກຮຽນຊັ້ນ ມ7 ທັງສອງໂຮງຮຽນເຂົ້າຮ່ວມ ໃນນັ້ນມີ ມສ ວຽງທອງ, ມສ ຈອມທອງ ເຂົ້າຮ່ວມທັງໝົດ 328 ນ້ອງ ແລະ ອາຈານສອນມາຈາກ ກອງບັນຊາການທະຫານເມືອງ,ໃນການຝືກອົບຮົບການຮຽນ-ການສອນໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິຊາການທະຫານ, ເປັນຕົ້ນກໍ່ແມ່ນພາກຄວາມຮູ້ທົ່ວໄປກ່ຽວກັບກົດໝາຍທະຫານພັນທະ ຂອງ ສປປ ລາວ, ຄວາມຮູ້ທົ່ວໄປກ່ຽວກັບເຫຼົ່າລົບວິຊາສະເພາະ,ພາກລະບຽບຂໍ້ກໍານົດ ກົດລະບຽບຄຳປະຕິຍານ ແລະ ວິໄນ 8 ຂໍ້ ແລະ 12 ຂໍ້ຕໍ່ປະຊາຊົນ, ໄດ້ຮຽນຮູ້ໃນລະບຽບຮູບແຖວບູກຄົນມືເປົ່າປະຈຳທີ-ເຄື່ອນທີ, ຮຽນຮູ້ທົ່ວໄປກ່ຽວກັບໝາກແຕກ ແລະ ຄຸນຄ່າສະມັດຕະພາບການປະ ກອບສ້າງຂອງປືນ ອາກາ AK ແລະ ປືນ ເຊກາເຊ CKC, ບົດຫຼັກການຍີງປືນ ບົດເປີດສາກປືນ ອາກາ AK, ປືນເຊກາເຊ CKC ແລະ ຮຽນຮູ້ພາກຍຸດທະວິທີ ໃນບັນດາຈັງຫວະພື້ນຖານໃນເວລາສູ້ລົບ, ຫຼັງຈາກ ນັ້ນກໍ່ໄດ້ປະຕິບັດຍີງລູກປືນແທ້ ໃນພາກສະໜາມຍີງປືນຜາສະລາ ຜົນການເກັບຄະແນນເຫັນໄດ້ວ່າ ຜູ້ທີ່ໄດ້ຄະແນນລະດັບເກັ່ງມີ 111 ຄົນ, ກາງ 53 ຄົນ ແລະ ຢູ່ໃນເປົ້າຄາດໝາຍມີ 164 ຄົນ.
Editor: ນັກຂ່າວເມືອງວຽງທອງ