ປະຊາຊົນບ້ານນາຫີນ ພ້ອມດ້ວຍເຈົ້າຫນ້າທີ່ ກຳລັງເບິ່ງ ແລະ ພິສູດ ຄື: ງົວຂອງປະຊາຊົນພາຍໃນບ້ານໄດ້ຖືກ ຟ້າຜ່າຕາຍ ຈຳນວນ 27 ໂຕ ເຫດການຂື້ນທີ່ບ້ານນາຫີນ, ເມືອງແກ່ນທ້າວ, ແຂວງໄຊຍະບູລີ, ໃນເວລາ 12:00 ໂມງຂອງວັນທີ 22 ກຸມພາ 2017 ນີ້ ຊຶ່ງເຮັດໃຫ້ງົວຂອງປະຊາຊົນທີ່ຂັງໄວ້ຢູ່ຄອກຕາຍຫມົດ 27 ໂຕ ໃນນັ້ນ, ມີທັງພໍ່ພັນ, ແມ່ພັນ ແລະ ລູກງົວ ຫລື ງົວນ້ອຍ ອີກຈໍານວນຫຫນຶ່ງ.
ເບື້ອງຕົ້ນ ທາງເຈົ້າຂອງງົວ ກໍ່ຄື ຜູ້ເສຍຫາຍພວມລາຍງານຫາ ອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍການຊ່ວຍເຫລືອຕໍ່ໄປ.
ໂອກາດນີ້ ທາງລາຍການກໍ່ຂໍຝາກເຕືອນມາຍັງ ພໍ່ແມ່ປະຊາຊົນບັນດາເຜົ່າ ຖ້າເປັນໄປໄດ້ໃນໄລຍະນີ້ ກະຂໍໃຫ້ລີກລ່ຽງກິດຈະກຳກາງແຈ້ງໃນເວລາທີ່ມີຝົນຕົກ, ຟ້າລົມ, ຟ້າເຫລື້ອມ ແລະ ຫາບ່ອນລົບໄພ ທີ່ເຫມາະສົມ. ເດັດຂາດຫ້າມບໍ່ໃຫ້ໄປຢູ່ກ້ອງຕົ້ນໄມ້, ປ້າຍໂຄສະນາ ແລະ ອື່ນໆ ທີ່ບໍ່ປອດໄພ ເພາະອາດຈະມີເຫດການບໍ່ຄາດຄິດເກີດຂື້ນກັບທ່ານໄດ້.
Editor: ເມືອງແກ່ນທ້າວ