ເພື່ອອະນຸລັກຮັກສາຊ້າງລາວ ສັດຄູ່ບ້ານຄູ່ເມືອງ ໃຫ້ຢູ່ກັບຊາດລາວຕະຫຼອດໄປ ແຂວງໄຊຍະບູລີ ໄດ້ມອບຊ້າງຈຳນວນ 11 ໂຕໃຫ້ສູນອະນຸລັກຊ້າງ ຊຶ່ງພິທີມອບ-ຮັບ ໃຫ້ແກ່ບໍລິສັດ ທ່ອງທ່ຽວ ສູນອານຸລັກຊ້າງລາວ ໃນຕອນເຊົ້າຂອງວັນທີ 19 ກຸມພາ 2018 ນີ້ຢູ່ທີ່ສູນອານຸລັກຊ້າງອ່າງນ້ຳຕຽນ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າໆແຂວງໄຊຍະບູລີ, ມີ ຫົວໜ້າ, ຮອງຫົວໜ້າພະແນກການ ແລະ ຫົວໜ້າສູນອານຸລັກຊ້າງເຂົ້າຮ່ວມ.
ຊ້າງຈໍານວນດັ່ງກ່າວນີ້ແມ່ນໄດ້ນໍາເອົາມາຈາກເມືອງທົງມີໄຊ ແຂວງໄຊຍະບູລີ, ໂດຍມອບໃຫ້ສູນອານຸລັກຊ້າງລາວ ເປັນຜູ້ດູແລເບີ່ງແຍງ ແລະ ຄຸ້ມຄອງປົກປັກຮັກສາໃນຕໍ່ໜ້າ ທັງນີ້ ກໍ່ເພື່ອເປັນການອານຸລັກຮັກສາຊ້າງລາວ ໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ. ຈາກນັ້ນໃນຕອນທ້າຍຂອງພິທີ ທ່ານ ຄຳຫຼ້າ ຜິວວັນນາ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ແລະ ທ່ານ ເຊບັດສະຕຽນ ດຸຟີໂຢ ຫົວໜ້າສູນອານຸລັກຊ້າງລາວ ຍັງໄດ້ພ້ອມກັນເຊັນບົດບັນທຶກມອບ-ຮັບຊ້າງ ຈຳນວນ 11 ໂຕ ໂດຍຊ້ອງໜ້າ ແລະ ເປັນສັກຂີ່ພິຍານຂອງ ທ່ານ ເພັງນິລັນ ຄຳພັນເພັງ ຮອງເຈົ້າໆແຂວງໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
Editor: ເສດຖະກິດ-ການຄ້າ