ໂຄງການກໍ່ສ້າງຂົວຂ້າມ ເຊກຸ່ມກາມ ແລະ ຂົວຂ້າມ ເຊທ່າມວກ ຢູ່ແຂວງສະຫວັນນະເຂດ ທີ່ໄດ້ຈັດພິທີເປີດດຳເນີນກໍ່ສ້າງຢ່າງເປັນທາງການ ໃນເດືອນ 8 ປີຜ່ານມາ ຊຶ່ງຄວາມຄືບຫນ້າຫລ້າສຸດຂອງການກໍ່ສ້າງແມ່ນສໍາເລັດ ປະມານ 44% ແລະ ຄາດວ່າຈະສໍາເລັດສ່ວນຮາກຖານ ແລະ ເສົາຂົວພາຍໃນເດືອນ ພຶດສະພາ ທີ່ຈະມາເຖິງນີ້.
ສ່ວນຂາງຂົວ ແລະ ພາກສ່ວນເທິງຂອງຂົວ ທີ່ຈະນໍາໃຊ້ເຕັກໂນໂລຊີຂອງຍີ່ປຸ່ນ ແມ່ນຈະເລີ່ມການຕິດຕັ້ງ ແລະ ກໍ່ສ້າງໃນລະດູແລ້ງຂອງປີນີ້ ຄາດວ່າຈະສໍາເລັດ ການກໍ່ສ້າງທັງໝົດໃນເດືອນ 6 ປີ 2019. ປະຈຸບັນ ຍານພາຫະນະຕ່າງໆແມ່ນຈະໄດ້ແລ່ນຜ່ານຂົວພາງຊົ່ວຄາວ ເຊິ່ງກໍ່ສ້າງຢູ່ໃກ້ກັບຂົວທີ່ຈະສ້າງໃໝ່ ໂດຍມີມາດຕະການດ້ານຄວາມປອດໄພຂອງການສັນຈອນ.
ເມື່ອຂົວໃໝ່ທັງສອງແຫ່ງຫາກສຳເລັດແລ້ວ ມັນຈະອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ການຂົນສົ່ງຕາມເສັ້ນທາງເລກ 9 ເຊິ່ງເປັນສ່ວນໜຶ່ງຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ.
Editor: ອົງການຮ່ວມມື້ສາກົນ ໄຈກາ