ນີ້ແມ່ນຄລິບວິດີໂອ ທີ່ຖ່າຍຈາກຊາວຄ້າຂາຍຢູ່ຕະຫລາດອົດຊີ ທີ່ສະພາບຕະຫຼາດອົດຊີ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ຖືກພະຍຸຝົນພັດເຂົ້າຕະຫຼາດ ໃນຕອນແລງຂອງ ວັນທີ 21 ກຸມພາ 2018 ຜ່ານມາ ເຊິ່ງເຮັດໃຫ້ເຄື່ອງຂອງທີ່ພໍ່ຄ້າ, ແມ່ຄ້າ ນໍາມາຂາຍ ຖືກພາຍຸຝົນພັດກະແຈກກະຈາຍ ແລະ ເສຍຫາຍ ແຕ່ຍັງໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ພະຍຸຝົນທີ່ຕົກໃນເຂດນະຄອນຫຼວງວຽງຈັນໃນຄັງນີ້ ຍັງບໍ່ມີລາຍງານວ່າ ມີໝາກເຫັບຕົກລົງມານຳ ຄືກັບບັນດາແຂວງພາກເໜືອ ໂດຍສະເພາະແຂວງຊຽງຂວາງ ແລະ ແຂວງຜົ້ງສາລີ.
ກ່ອນຫນ້ານີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍ່ໄດ້ອອກແຈ້ງການເຕືອນ ວ່າ: ໃນໄລຍະວັນທີ 19-25 ກຸມພານີ້ ຈະມີຝົນຕົກ ແລະ ລົມພັດແຮງ. ຫລ້າສຸດມື້ນີ້ ພະຍາກອນອາກາດ ປະຈຳວັນທີ 22 ກຸມພາ 2018 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍໃຫ້ຮູ້ວ່າ: ຄວາມກົດດັນອາກາດສູງ ຂອງອາກາດເຢັນ ໄດ້ປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ດ້ວຍກຳລັງອ່ອນ, ສ່ວນພາກໃຕ້ ຍັງປົກຄຸມດ້ວຍຄວາມກົດດັນອາກາດຕໍ່າ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່. ລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນລົງຕື່ມອີກ 1 ຫາ 2 ອົງສາ ແລະ ຍັງຈະມີຝົນຕົກກະຈາຍໃນລະດັບຄ່ອຍ ພ້ອມທັງມີຟ້າຮ້ອງ-ຟ້າເຫຼື້ອມ ແລະ ມີລົມພັດແຮງຢູ່ແຂວງພາກເໜືອ ລົງຫາ ພາກກາງ ແລະ ບາງທ້ອງຖີ່ນແຂວງ ພາກໃຕ້.
Editor: ຕະວັນ ແສງສະຫວັນ