ໃນວັນທີ 20 ກຸມພາ ຜ່ານມານີ້ ຢູ່ທີ່ສະໂມສອນເມືອງສອງຄອນ ໄດ້ຈັດກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມເມືອງ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ໂດຍການເປັນປະທານຂອງທ່ານ ນັນ ສິດສານຸພາບ ເຈົ້າເມືອງໆສອງຄອນ, ທ່ານ ສີສຸພັນ ງາມວົງສາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ປະທານກຸ່ມບ້ານ, ນາຍບ້ານ ແລະ ນັກທຸລະກິດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ທ່ານ ພູວົງ ພົມມະເທບ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຍັງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານແຮງງານ ແລະ ສະຫວັດດີການສັງຄົມເມືອງ ປະຈຳປີ 2017 ເພື່ອເປັນການຍົກໃຫ້ເຫັນຜົນງານທີ່ໄດ້ຮັບ, ການເຄື່ອນໄຫວວຽກງານຕ່າງໆ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການປີ 2018 ໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນພາຍໃນຫ້ອງການມີຄວາມເຊື່ອໝັ້ນໄວ້ວາງໃຈການນຳພາຂອງພັກ-ລັດ ແນ່ໃສ່ການຈັດຕັ້ງປະຕິບັດວຽງານວິຊາສະເພາະໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້, ເພື່ອເຮັດໃຫ້ວຽກງານແຮງງານ ສາມາດຮັບປະກັນໄດ້, ເຮັດໃຫ້ແຮງງານໄດ້ມີການພັດທະນະດ້ານສີມືແຮງງານ ຕອບສະໜອງໄດ້ກັບຄວາມຕ້ອງການ ແລະ ໃຫ້ແຮງງານມີວຽກເຮັດງານທຳນັບມື້ນັບດີຂຶ້ນ.
ໃນໂອກາດນີ້ ທ່ານ ນັນ ສິດສານຸພາບ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆສອງຄອນ ກໍ່ໄດ້ໂອ້ລົມຕໍ່ກອງປະຊຸມ ແລະ ນຳພາຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ທິດຊີ້ນຳເພື່ອເປັນແນວທາງ ໃນການປະຕິບັດໜ້າທີ່ວຽກງານໃຫ້ດີຂຶ້ນເທື່ອລະກ້າວ ແລະ ໄດ້ຮັບຜົນເປັນຈິງໃນອານາຄົດ.
Editor: ນັກຂ່າວເມືອງສອງຄອນ
{gallery}News/ltv/2018/02/21/l2d-7/gallery}